ເອີລົບ ສະເໜີເພີ່ມທະວີມາດຕະການແກ້ໄຂວິກິດການພະລັງງານ

(VOVWORLD) -

ຄາດວ່າ, ລັດຖະມົນຕີພະລັງງານບັນດາປະເທດ EU ຈະປຶກສາຫາລືບັນດາຂໍ້ສະເໜີນີ້ໃນວັນທີ 30 ກັນຍາ ກ່ອນທີ່ການນຳ 27 ປະເທດສະມາຊິກ EU ໂຮມປະຊຸມພາຍຫຼັງ 1 ອາທິດກ່ຽວກັບບັນຫາພະລັງງານ.


ເອີລົບ ສະເໜີເພີ່ມທະວີມາດຕະການແກ້ໄຂວິກິດການພະລັງງານ - ảnh 1ພະນັກງານບັນຊາລະບົບກັ່ນນ້ຳມັນ Duna ຢູ່ເທດສະບານSzazhalombatta (ປະເທດ ຮຸງກາຣີ) (ພາບ: AFP/TTXVN)

ວັນທີ 16 ກັນຍາ, ທ່ານ Charles Michel, ປະທານສະພາເອີລົບ ຖືວ່າ: ສະຫະພາບເອີລົບ (EU) ຄວນຊອກຫາບັນດາສິ່ງທ້າທາຍໃໝ່ນອກຈາກບັນດາແຜນການໃນປະຈຸບັນ ເພື່ອແກ້ໄຂວິກິດການພະລັງງານ ແລະ ຮັບປະກັນໃຫ້ປະຊາຊົນມີຄວາມສາມາດຊຳລະຄ່ານຳໃຊ້ພະລັງງານ. ຕາມທ່ານ Michel ແລ້ວ, EU ຄວນປຶກສາຫາລືກົນໄກກຳນົດລາຄາເຊື້ອເພີງ ຫຼື ໄຟຟ້າຄືນໃໝ່.

ຄາດວ່າ, ລັດຖະມົນຕີພະລັງງານບັນດາປະເທດ EU ຈະປຶກສາຫາລືບັນດາຂໍ້ສະເໜີນີ້ໃນວັນທີ 30 ກັນຍາ ກ່ອນທີ່ການນຳ 27 ປະເທດສະມາຊິກ EU ໂຮມປະຊຸມພາຍຫຼັງ 1 ອາທິດກ່ຽວກັບບັນຫາພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ