(ພາບປະກອບ)
|
(vovworld)- ວັນທີ 5/5, ໂຄສົກສະພາເອີລົບໃຫ້ຮູ້ວ່າ : ສິ້ນສຸດກອງປະຊຸມຢູ່ບຣຸກແຊນ ປະເທດແບນຊິກ, ຜູ້ຕາງໜ້າ 28 ປະເທດພາຄີສະຫະພາບເອີລົບ EU ໄດ້ເຫັນດີເປັນເອກະສັນນຳໃຊ້ບັນດາມາດຕະການລົງໂທດເພີ່ມເຕີມຕ້ານລັດເຊຍ. ຄາດຄະເນວ່າ ລັດຖະມົນຕີການຕ່າງປະເທດບັນດາປະເທດ EU ຈະສືບຕໍ່ປຶກສາຫາລືບັນຫານີ້ໃນວັນທີ 12/5 ຢູ່ ບຣຸກແຊນ.
ໃນຂະນະນັ້ນ, ບັນດາປະເທດຄື ເກຼັກ, ບຸນກາຣີ, ຮຸ່ງກາຣີ, ລຸກຊຳບວກ, ໂອຕະລິດ, ແອັດສປາຍ, ປອກຕຸຍການ, ມານຕາ...ຍັງຄົງຄັດຄ້ານການນຳໃຊ້ບັນດາມາດຕະການລົງໂທດດ້ານເສດຖະກິດ-ການເງິນຕ້ານລັດເຊຍ. ຮອງປະທານຄະນະກຳມະການເອີລົບ Seem Kallac ຖືວ່າ ການນຳໃຊ້ບັນດາມາດຕະການລົງໂທດດ້ານເສດຖະກິດຕ້ານລັດເຊຍ ອາດຈະກໍ່ຜົນຮ້າຍຢ່າງໜັກໜ່ວງທີ່ມີຕໍ່ພື້ນຖານເສດຖະກິດເອີລົບ.