ເອີ​ລົບ​ຍັງ​ແມ່ນ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 80 ລ້ານ ແລະ ຜູ້ເສຍຊີວິດ ກ່ວາ 950.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ.
ເອີ​ລົບ​ຍັງ​ແມ່ນ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info, ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 20 ກຸມພາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ ເກືອບ 424 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,9 ລ້ານຄົນ.

ເອີລົບ ຍັງແມ່ນເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 150  ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດເກືອບ 1,7 ລ້ານຄົນ. ຖັດຈາກນັ້ນແມ່ນ ອາຊີ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 112 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 1,3 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 80 ລ້ານ ແລະ ຜູ້ເສຍຊີວິດ ກ່ວາ 950.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 19 ກຸມພາ ຫາເວລາ 16 ໂມງຂອງວັນທີ 20 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 47.200 ຄົນດັງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 2.787.493 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ