ເອີລົບວິຕົກກັງວົນຕໍ່ເລື່ອງອີຢີບຈະເປັນປະຕູໃໝ່ໃຫ້ຊາວອົບພະຍົບ

ເອີລົບວິຕົກກັງວົນຕໍ່ເລື່ອງອີຢີບຈະເປັນປະຕູໃໝ່ໃຫ້ຊາວອົບພະຍົບ - ảnh 1
(ພາບປະກອບ)

(vovworld) - ສະຫະພາບ​ເອີ​ລົບ (ອີ​ຢູ) ພວມ​ວິຕົກ​ກັງວົນ​ຕໍ່​ເລື່ອງ ກຸ່ມ​ຄົນ ກໍ່​ຄື​ອົງການ​ຈັດ​ຕັ້ງຕ່າງໆ ຊອກ​ຫາ​ວິທີ​ຟື້ນ​ຟູ​ເສັ້ນທາງບົນ​ທະ​ເລ​ຄືນ​ໃໝ່ ​ເພື່ອ​ນຳ​ຄົນ​ອົບ​ພະຍົບຈາກ ​ເອີ​ລົບ​ເຂົ້າ​ ອີ​ຢີບ, ​ໃນ​ສະພາວະ​ທີ່​ຄວາມ​ສະ​ຫົງ​ບປອດ​ໄພ​ຢູ່ ລີ​ບີ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ, ພວກ​ການ​ຄ້າ​ມະນຸດ​ຫຼາຍ​ກຸ່ມ ​ໄດ້​ເລືອກ​ເຟັ້ນ ອີ​ຢີບ​ເປັນ​​ແຫ່ງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນຳ​ຊາວ​ຫຼົບ​ໄພ ​ແລະ ຊາວ​ອົບ​ພະ​ຍົບຈາກ​ທະວີບ ອາ​ຟະ​ລິ​ກາ, ຕາ​ເວັນ​ອອກ​ກາງ​ເຂົ້າ ເອີ​ລົບ ຜ່ານ​ທາງ​ທະ​ເລ. ອີ​ຢູ​ໄດ້​ປຶກສາ​ຫາລື​ກັບ ​ເຕິ​ກກີ ​ເພື່ອ​ສະກັດ​ກັ້ນ​ຄົນ​ອົບ​ພະຍົບ​ເຂົ້າປະ​ເທດ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ເຈົ້າ​ໜ້າ​ທີ່ ອີ​ຢີບ ມີ​ການ​ກະທຳ​ຊ່ວຍ​ແກ້​ໄຂ​ການ​ທ້າ​ທາຍ​ນີ້.

 

ຂ່າວ/ບົດ​ອື່ນ