ເອົາໃຈໃສ່ເປັນພິເສດເຖິງວຽກງານຂະຫຍາຍສະມາຊິກພັກແມ່ນຊາວຊົນເຜົ່າສ່ວນໜ້ອຍ

ເອົາໃຈໃສ່ເປັນພິເສດເຖິງວຽກງານຂະຫຍາຍສະມາຊິກພັກແມ່ນຊາວຊົນເຜົ່າສ່ວນໜ້ອຍ - ảnh 1
(ທ່ານ ​ໂຕ​ຮູ​ຍ​ເຮື້ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ,
ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ຕວຽນ​ກວາງ)


(vovworld) - ວັນ​ທີ 3/7, ທ່ານ ​ໂຕ​ຮູ​ຍ​ເຮື້ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ຕວຽນ​ກວາງ ກ່ຽວກັບ​ຜົນ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ພັກ, ລະບົບ​ການ​ເມືອງ ​ແລະ ວຽກ​ງານ​ຈັດ​ຕັ້ງ​ພະນັກງານ.

        ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ​ໂຕ​ຮູ​ຍ​ເຮື້ອ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງ​ແຂວງ​ຕວຽນ​ກວາງ ​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ບັນດາ​ມາດ​ຕະການ​ທີ່​ແຂວງ​ໄດ້​ປະຕິບັດ​ເພື່ອ​ສຳ​ເລັດ​ບັນດາ​ຈົດໝາຍ​ ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ແຂວງ​ຄັ້ງ​ທີ 15 ​ໄດ້​ວາງ​ອອກ. ທ່ານ​ເນັ້ນ​ໜັກ​ວ່າ, ​ແຂວງ​ຕວຽນ​ກວາງ​ ຄວນ​ມີ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ປະຕິບັດ​ບັນດາ​ຈຸດ​ໝາຍ, ຂົງ​ເຂດ​ບຸກທະລຸ ເຊິ່ງກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ແຂວງ​ຄັ້ງ​ທີ 15 ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ; ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ​ໃນ​ນັ້ນ​ມີ​ວຽກ​ງານ​ຂະຫຍາຍ​ສະມາຊິກ​ພັກ​ເຊິ່ງ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ