ເຮັດແຈ້ງບົດປະພັນທີ່ຍອດຍິ່ງ“ເລື່ອງກ່ຽວ“ແລະພາລະກິດຂອງນັກປະພັນຜູ້ມີຊື່ສຽງໂລກຫງວຽນຢູ

ເຮັດແຈ້ງບົດປະພັນທີ່ຍອດຍິ່ງ“ເລື່ອງກ່ຽວ“ແລະພາລະກິດຂອງນັກປະພັນຜູ້ມີຊື່ສຽງໂລກຫງວຽນຢູ - ảnh 1
ການ​ປະຊຸມ​ຂ່າວ​ “ນັກ​ກະວີ​ຂອງ​ຊາດ, ນັກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​
ຂອງໂລກຫງວຽນ​ຢູ, ມໍລະດົກ​​ ແລະ ​ບັນດາ​ຄຸນຄ່າ​ອະມະ​ຕະ“ ​
(ພາບ: dantri.com.vn)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ນັກ​ກະວີ​ຂອງ​ຊາດ, ນັກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​ຂອງໂລກຫງວຽນ​ຢູ, ມໍລະດົກ​​ ແລະ ​ບັນດາ​ຄຸນຄ່າ​ອະມະ​ຕະ“ ​ໂດຍ​ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ ຈະ​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ​ ໃນ​ວັນ​ທີ 8/8. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 6/8, ຢູ່​ຮ່າ​ໂນ້ຍ, ຫົວໜ້າ​ສະ​ຖາ​ບັນ​ວັດທະນະທຳ ຫງວຽນ​ດັງ​ດຽບ ​ໃຫ້​ຮູ້​ວ່າ,​ ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້ຈະ​ມີ​ກວ່າ 100 ບົດ​​ປາ​ໄສ​ຂອງ​ບັນດາ​ນັກຮຽນ​ຮູ້​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ຽວ​ກັບ​ຊີວິດ, ພາລະກິດ ​ແລະ ບົດ​ປະພັນກະວີ​ທີ່​ຍອດ​ຍິ່ງ ​​ເລື່ອງ​ກ່ຽວ ຂອງ​ນັກ​ປະພັນ​ຜູ້​ມີ​ຊື່​ສຽງ​ໂລກ​ ຫງວຽນ​ຢູ. ນີ້​ແມ່ນ​ໂອກາດ​ເພື່ອ​ເປີດ​ກວ້າງ​ການ​ພົບ​ປະ​ແລກປ່ຽນ, ​ໂຄສະ​ມາ​ບັນດາ​ຄຸນ​ຕ່າທີ່​ຍອດ​ຍິ່ງ​ຂອງ​ວັດທະນະທຳ​ບູຮານ​ຫວຽດນາມ, ວັດທະນະທຳ​ຫວຽດນາມ ​ເຖິງ​ເພື່ອ​ນມິດ​ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ