ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) -ສອງຝ່າຍກໍ່ໄດ້ແລກປ່ຽນ ກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ແລະ ກູບາ ແມ່ນສະມາຊິກ, ເປັນຕົ້ນແມ່ນຢູ່ ສປຊ ແລະ ຂະບວນການບໍ່ຮ່ວມກຸ່ມ.
ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1ການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງສອງຝ່າຍ (ພາບ: TG&VN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.

ໃນການປຶກສາຫາລືດ້ານການເມືອງຄັ້ງທີ VII, ໃນວັນທີ 29 ສິງຫາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ ສອງປະເທດ; ຍູ້ແຮງການພົວພັນການຄ້າ - ການລົງທຶນ ແລະ ການຮ່ວມມືໃນບັນດາຂົງເຂດຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ. ສອງຝ່າຍກໍ່ໄດ້ແລກປ່ຽນ ກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ແລະ ກູບາ ແມ່ນສະມາຊິກ, ເປັນຕົ້ນແມ່ນຢູ່ ສປຊ ແລະ ຂະບວນການບໍ່ຮ່ວມກຸ່ມ.

ສ່ວນທ່ານ ຮອງລັດຖະມົນຕີ Gerardo Penalver Portal ໄດ້ຢັ້ງຢືນວ່າ ກູບາ ຍາມໃດກໍ່ຖືເປັນສຳຄັນ, ມີຄວາມຫວັງຢາກ ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານ ກັບ ຫວຽດນາມ ເລິກເຊິ່ງກ່ວາອີກ,  ທ່ານກໍ່ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈສາມັກຄີ ແລະ ການໜູນຊ່ວຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ແກ່ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ