ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ໃນອາຍຸການໃໝ່, ສະມາຄົມສືບຕໍ່ເອົາໃຈໃສ່ຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ; ຕັ້ງໜ້າດຶງດູດການເຂົ້າຮ່ວມຂອງບັນດາບຸກຄົນດີເດັ່ນ, ບັນດາອົງການກ່ຽວຂ້ອງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ
ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ອາຍຸການ 2023 – 2028 ຈັດຂຶ້ນໃນຕອນເຊົ້າວັນທີ 9 ຕຸລາ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ອາຍຸການ 2023 – 2028.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ຫວຽດນາມ - ລາວ ໄດ້ສະເໜີວ່າ: ໃນອາຍຸການໃໝ່, ສະມາຄົມສືບຕໍ່ເອົາໃຈໃສ່ຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ; ຕັ້ງໜ້າດຶງດູດການບັນດາບຸກຄົນດີເດັ່ນ, ເຂົ້າຮ່ວມໃນບັນດາອົງການກ່ຽວຂ້ອງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ສະມາຄົມທຸກຂັ້ນໃນທົ່ວປະເທດ, ພິເສດແມ່ນສະມາຄົມຢູ່ບັນດາແຂວງເຂດຊາຍແດນ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງຂຶ້ນຕື່ມ, ຈັດບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ພົວພັນລຸ້ນໜຸ່ມ, ບຳລຸງສ້າງ, ຝຶກອົບຮົມແຫຼ່ງກຳລັງ, ສາທາລະນະສຸກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ປົກປັກຮັກສາສິ່ງແວດລ້ອມ.

        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ເປັນປະທານ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ອາຍຸການ 2023 – 2028.

ຕອບກັບ

ຂ່າວ/ບົດ​ອື່ນ