ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ, ລັດຖະສະພາບັນດາປະເທດຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ສະພາແຫ່ງຊາດຈະຕັ້ງໜ້າເປັນເຈົ້າການເພື່ອໃຫ້ສັດຕະຍາບັນການເຂົ້າຮ່ວມ ຫຼື ຢຸດຕິຜົນສັກສິດບັນດາສົນທິສັນຍາເຊິ່ງ ຫວຽດນາມ ເປັນສະມາຊິກ, ຮັບປະກັນໃຫ້ຖືກຕ້ອງກັບແນວທາງຂອງພັກ, ກົດໝາຍຂອງລັດ
ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ, ລັດຖະສະພາບັນດາປະເທດຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ - ảnh 1(ການພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ)

ຕອນບ່າຍວັນທີ 20 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ທີ່ກັບເມືອປະເທດ ເຂົ້າຮ່ວມກອງປະຊຸມການຕ່າງປະເທດຄັ້ງທີ 31. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ສະພາແຫ່ງຊາດຈະຕັ້ງໜ້າເປັນເຈົ້າການເພື່ອໃຫ້ສັດຕະຍາບັນການເຂົ້າຮ່ວມ ຫຼື ຢຸດຕິຜົນສັກສິດບັນດາສົນທິສັນຍາເຊິ່ງ ຫວຽດນາມ ເປັນສະມາຊິກ, ຮັບປະກັນໃຫ້ຖືກຕ້ອງກັບແນວທາງຂອງພັກ, ກົດໝາຍຂອງລັດ; ຕິດຕາມກວດກາບັນດາສົນທິສັນຍາສາກົນ ດ້ວຍຈຸດສຸມແມ່ນບັນດາສັນຍາການຄ້າເສລີລຸ້ນໃໝ່, ສົນທິສັນຍາສາກົນກ່ຽວກັບເຂດຊາຍແດນຜືນແຜ່ນດິນ, ສ້າງທ່ວງທ່າໃຫ້ແກ່ການພັດທະນາຢ່າງແຮງ, ເຊື່ອມໂຍງຢ່າງໄວວາ ແລະ ມີປະສິດທິຜົນກວ່າຂອງປະເທດຊາດ, ປະກອບສ່ວນເຂົ້າໃນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຜົນປະໂຫຍດລວມຂອງປະເທດຊາດ, ຂອງຊາດ. ທ່ານປະທານສະພາແຫ່ງຊາດຫວັງວ່າ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການ ຫວຽດນາມ ຢູ່ຕ່າງປະເທດ ຈະຍູ້ແຮງ, ເຮັດໃຫ້ການພົວພັນ 2 ຝ່າຍກັບສະພາແຫ່ງຊາດ, ລັດຖະສະພາບັນດາຄູ່ຮ່ວມມື, ການພົວພັນພິເສດ, ບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືສຳຄັນອື່ນໆໃຫ້ເລິກເຊິ່ງຂຶ້ນຕື່ມ; ເພີ່ມທະວີການສົມທົບກັນຍູ້ແຮງວຽກງານຄົ້ນຄວ້າ, ຄາດຄະເນ, ໃຫ້ຄຳປຶກສາຍຸດທະສາດດ້ານການຕ່າງປະເທດ ເພື່ອເປັນເຈົ້າການຜັນຂະຫຍາຍຢ່າງທັນການ, ມີປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ