ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) -ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມດຳເນີນໃນສະພາບການພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ.
ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ວັນທີ 10 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວຢ່າງເປັນທາງການໃນເວລາ ສອງວັນ.

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມດຳເນີນໃນສະພາບການພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ, ບັນດາສັນຍາຮ່ວມມືສອງຝ່າຍພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າລະຫວ່າງສອງປະເທດ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ກໍ່ຜົນປະທົບຫຼາຍແງ່ມູມຕໍ່ການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນສະພາບການນັ້ນ, ການຢ້ຽມຢາມລາວຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມໝາຍສຳຄັນທີ່ສຸດ, ສ້າງກຳລັງໜູນຢ່າງແຮງຕໍ່ການເພີ່ມທະວີປະສິດທິຜົນ ແລະ ຄວາມໝັ້ນຄົງຂອງການຮ່ວມມືສອງຝ່າຍ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ມີປະສິດທິຜົນກ່ວາອີກ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ