ເຮືອຂວ້ຳຢູ່ນອກຝັ່ງ ເຢແມນເຮັດໃຫ້ມີຜູ້ອົບພະຍົບເສຍຊີວິດຢ່າງໜ້ອຍສຸດ 68 ຄົນ
(VOVWORLD) - ບັນດາແຫຼ່ງຂ່າວຄວາມໝັ້ນຄົງໂດຍໃຫ້ຮູ້ວ່າເຮືອຂວ້ຳຢູ່ນອກຝັ່ງເມືອງ Ahwar ຂອງ ແຂວງ Abyan, ທາງທິດໃຕ້ ເຢແມນ, ຂຶ້ນກັບເຂດທະເລ ອາຣັບ.
ເຮືອລຳໜຶ່ງຂົນສົ່ງຜູ້ອົບພະຍົບປະມານ 150 ຄົນໄດ້ຂວ້ຳລົງຢູ່ນອກຝັ່ງທະເລ ເຢແມນໃນວັນທີ 3 ສິງຫາ ຍ້ອນອາກາດປ່ຽນແປງຮ້າຍແຮງ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 68 ຄົນ, ໃນຂະນະນັ້ນຍັງມີຜູ້ຫາາຍສາບສູນປະມານ 70 ຄົນ. ບັນດາແຫຼ່ງຂ່າວຄວາມໝັ້ນຄົງໂດຍໃຫ້ຮູ້ວ່າເຮືອຂວ້ຳຢູ່ນອກຝັ່ງເມືອງ Ahwar ຂອງ ແຂວງ Abyan, ທາງທິດໃຕ້ ເຢແມນ, ຂຶ້ນກັບເຂດທະເລ ອາຣັບ. ທ່ານ Abdurr Qadir Bajameel ເຈົ້າໜ້າທີ່ທາງການແພດແຂວງ Abyan ໃຫ້ຮູ້ວ່າ 12ຄົນໃນຈຳນວນ 150 ຄົນຢູ່ເຮືອໄດ້ຮັບການກູ້ຊີບ. ປັດຈຸບັນ, ກຳລັງກູ້ໄພກູ້ຊີບຍັງມານະພະຍາຍາມຄົ້ນຫາຜູ້ລອດຊີວິດ.