ເຮືອບິນ MH 370 ຖືກຕົກຢູ່ທາງທິດໃຕ້ ມະຫາສະມຸດອີນເດຍ

ເຮືອບິນ MH 370 ຖືກຕົກຢູ່ທາງທິດໃຕ້ ມະຫາສະມຸດອີນເດຍ - ảnh 1
ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak
(ພາບ: Reuters)


(vovworld) - ຕອນ​ຄໍ່າ​ວັນ​ທີ 24/03, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​​ໂດຍ​​ໃຫ້​ຮູ້​ວ່າ ບັນດາ​ຜູ້​ສືບສວນ​ໄດ້​ສະຫຼຸບ​ວ່າ ​ເຮືອບິນ MH 370 ຂອງ​ບໍລິສັດ​ການບິນ Malaysia Airlines ຖືກ​ຕົກ​ຢູ່ທາງ​ພາກ​ໃຕ້ມະຫາ​ສະມຸດ​ອີນ​ເດຍ. ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ ​ໄດ້​​ໄຈ້​ແຍກ​ຂໍ້​ມູນ​ຂອງ​ບໍລິ​ສັດ​ດາວ​ທຽມ Inmasat ຂອງ​ອັງ​ກິດ ຊີ້​ໃຫ້​ເຫັນ​ວ່າ ​ເຮືອ​ບິນ MH 370 ​ໄດ້​ບິນ​ຕາມ​ແລວ​ທາງ​ທິດ​ໃຕ້ ​ແລະ ສັນຍາ​ບອກ​ເຕືອນ​ທີ່​ຕັ້ງ ຄັ້ງສຸດ​ທ້າຍ​ຂອງ​ເຮືອບິນແມ່ນ​ຢູ່​ກາງມະຫາ​ສະມຸດ​ອີນ​ເດຍ, ທິດ​ຕາ​ເວັນ​ຕົກ​ຂອງ​ນະຄອນ Perth, ລັດ ອົດສຕາ​ລີ​ຕາ​ເວັນ​ຕົກ. ທີ່​ຕັ້ງດັ່ງກ່າວ​ບໍ່​ໃກ້​ກັບ​ບໍ່​ວ່າສະຖານ​ທີ່​​ໃດໆທີ່​ສາມາດລົງຈອດ​​ໄດ້. ທ່ານ Najib ​ໃຫ້​ຮູ້​ລະອຽດ​ຕື່ມອີກ​ກ່ຽວ​ກັບຂໍ້​ມູນ​ຂ່າວສານ​ດັ່ງກ່າວ​ຖືກ​ປະກາດຢ່າງ​ຄົບ​ຖ້ວນ​ໃນ​ວັນ​ທີ 25/03. ທ່ານ​ກໍ່​ໃຫ້​ຮູ້​ວ່າ ບໍລິສັດ​ການບິນ Malaysia Airlines ​ໄດ້​ແຈ້ງ​ບັນດາ​ການ​ຜັນ​ແປ່​ໃໝ່​ນີ້​ເຖິງ​ຍາດຕິ​ພີ​ນ້ອງ​ຂອງ​ບັນດາຜູ້​ໂດຍສານ ​ແລະ ຈຸ​ບິນ. ທ່ານ​ໄດ້​​ແປ່​ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ​ຄວາມເສົ້າ​ລະ​ຫຼົດ​ໃຈ​ກັບຍາດຕິ​ພີ​ນ້ອງ​ຂອງ​ເຂົາ​ເຈົ້າ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ໃຫ້ຫາ​ງສຽງ​ເຄົາລົບບັນຫາສ່ວນ​ຕົວ​ຂອງ​ເຂົ້າ​ເຈົ້າ.

     ພາຍຫຼັງ​ໄດ້​ຮັບ​ຂ່າວ​ຈາກທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ກ່ຽວ​ກັບ​ເຫດການ​ເຮືອບິນ MH 370 ຂອງ​ປະ​ເທດ​ນີ້​ຖື​ກອຸປະຕິ​ເຫດ​ຢູ່ທາງ​ທິດ​ໃຕ້ມະຫາ​ສະມຸດ​ອີນ​ເດຍ, ວັນ​ທີ 25/3/2014, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີ​ວິດ ມາ​ເລ​ເຊຍ Apdul Halim Mu’adzam Shah, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້ໄດ້​ຝາກ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak .

      ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າມບິ່ງມິນ ກໍ່​ໄດ້​ຝາກ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ Anifa Hj Aman.

 

 

 

 

ຂ່າວ/ບົດ​ອື່ນ