ເຮືອບິນຂອງລັດເຊຍຍິງທຳລາຍບັນດາຮາກຖານສຳຄັນຂອງISຢູ່ຊີຣີ

ເຮືອບິນຂອງລັດເຊຍຍິງທຳລາຍບັນດາຮາກຖານສຳຄັນຂອງISຢູ່ຊີຣີ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທິ 02/10, ບັນດາ​ເຮືອ​ບິນ Sukhoi 34 ຂອງ​ລັດ​ເຊຍ ​ໄດ້​ຖິ້ມລະ​ເບີດ​ໃສ່​ຄ້າຍ​ຝຶກ​ຊ້ອມ​ຂອງ​ກຸ່ມ​ລັດ​ອິດສລາມ IS ຂະ​ໜາມ​ນາມ​ເອງ ​ແລະ ຮາກ​ຖານບັນຊາ​​ການຢູ່​ແຂວງ Raqa ຂອງ​ຊີຣີ, ​ໃນ​ແຈ້ງ​ການ​ປ​ະກາດໝາກຜົນບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ໃນ​ວັນ​ທີ 02/10, ​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ​ລັດ​ເຊ​ຍ Igor Konashen kov ​ໃຫ້​ຮູ້​ວ່າ, ບັນດາ​ເຮືອບິນ​​ໄດ້​ຖິ້ມ​ລະ​ເບີດ​ລົງ​ໃສ່ຮາກ​ຖານ​ບັນຊາທຸກ​ແຫ່ງຂອງ IS ຢູ່​ບ້ານ Kasrat Faraj, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​​ໃຕ້​ແຂວງ Raqa ​ແລະ ຖານ​ທີ່​ໝັ້ນ​ຝືກຊ້ອມ​ຢູ່ມໍ່​ກັບບ້ານ Maadan Jadid, ເຊິ່ງ​​ເຄີຍນຳ​ໃຊ້​​ເພື່ອ​ກະ​ກຽມ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ທີ່ຫ່າງ​ຈາກ​ນະຄອນ Raqa ​ໄປ​ທາງ​ທິດຕາ​ເວັນ​ອອກ 70 ກ​.​ມ.  ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ​ແຕ່​ວັນ​ທີ 01/10, ລັດ​ເຊຍ ​ໄດ້ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເປົ້າ​ໝາຍ 12 ​​ແຫ່ງ​ຂອງ IS ຢູ່ຊີຣີ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ອົງການ​ຕິດຕາມ​ສິດ​ທິມະນຸດ​ຊີຣີ (SOHR) ​ແຈ້ງ​ໃຫ້​ຊາບວ່າ, ຢ່າງ​ໜ້ອຍ​ສຸດມີ​ພວກ IS 12 ຄົນ​ຖືກເສຍ​ຊີວິດ ​ໃນ​ການ​ບຸກ​ໂຈ​ມຕີ​ຄັ້ງ​ທຳ​ອິດ​ຂອງ​ລັດ​ເຊ​ຍ ​ແນ​ໃສ່​ກຸ່ມ​ກໍ່​ກາຍ​ຮ້າຍ​ນີ້​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ