ເຮືອບິນທະຫານອິນໂດເນເຊຍຖືກອຸບັດຕິເຫດເຮັດຕົກໃຫ້113ຜູ້ເສຍຊີວິດ

ເຮືອບິນທະຫານອິນໂດເນເຊຍຖືກອຸບັດຕິເຫດເຮັດຕົກໃຫ້113ຜູ້ເສຍຊີວິດ - ảnh 1
ສະຖານ​ທີ່​ເກີດ​ອຸບັດ​ຕິ​ເຫດເຮືອບິນ​ທະຫານ C – 130 Hercules
(ພາບ: AP)

(vovworld) - ​​ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ວັນ​ທີ 30/6, ຜູ້​​ບັນຊາ​ການ​ກອງທັບ​ອາກາດອິນ​ໂດ​ເນ​ເຊຍ ທ່ານ Agus Supriatna ​ໃຫ້​ຮູ້​ວ່າ: ມີ​ທັງ​ໝົດ 113 ຄົນ​ຢູ່ໃນ​ເຮືອບິນ​ທະຫານ C – 130 Hercules ຖືກ​ອຸບັດ​ຕິ​ເຫດຕົກ​ໃນ​ຕອນ​ທ່ຽງ​ວັນ​ທີ 30/6 ຢູ່​ພາກ​ເໜືອ​ນະຄອນ Medan ຂຶ້ນ​ກັບ​ເກາະ Sumatra ທາງພາກ​ໃຕ້​ປະ​ເທດ​ນີ້. ທ່ານ Agus Supriatna ຢັ້ງຢືນ​ວ່າ: ​ເມື່ອ​ເຮືອບິນ C – 130 Hercules ຖືກ​ຕົກ ​ແລະ ລຸກ​ໄໝ້​ຢູ່​ນະຄອນ Medan ມີ​​ຈຸບິນປະກອບ​ດ້ວຍ 12 ຄົນ ​ແລະ 101 ຄົນ​ອື່ນໆ. ທ່ານ​ໃຫ້​ຮູ້​ວ່າ: ຫາ​ກໍ​ກັບ​ມາ​ຈາກ​ສະຖານ​ທີ່​ເກີດ​ອຸບັດ​ຕິ​ເຫດ ແລະ ​ເບິ່ງ​ຄື​ວ່າ: ບໍ່ມີ​ໃຜ​​ລອດຊີວິດ​ມາ​ໄດ້​ຈາກອຸບັດ​ຕິ​ເຫດ. ປະຈຸ​ບັນ​ກຳລັງ​ກູ້​ໄພ​ກູ້​ຊົບ​ໄດ້​ຊອກ​ເຫັນ​ຊາກ​ສົບ 49 ຄົນຢູ່​ ສະຖານ​ທີ່​ເກີດ​ອຸບັດ​ຕິ​ເຫດ ​.

       ຕອນ​ທ່ຽງ​ວັນ​ທີ 30/6, ​ເຮືອບິນ​ຂົນ​ສົ່ງ​ທະຫານ C – 130 Hercules ຂອງກອງທັບ​ອາກາດ ອິນ​ໂດ​ເນ​ເຊຍ ​ໄດ້ຖືກຕົກລົງ​ໃສ່​ເຂດ​ຊຸມ​ຊົນ ​ແລະ ລະ​ເບີດ ຂຶ້ນພາຍຫຼັງ​ບິນ​ຂຶ້ນ​ຢູ່​ນະຄອນ Medan ​ເປັນ​ເວລາ 2 ນາທີ. ​ເຮືອບິນ​ຂຶ້ນ​ເມື່ອ 12 ​ໂມງ 08 ນາທີ ​ແລະ ຖື​ກອຸບັດ​ຕິ​ເຫດພາຍຫຼັງ​ມາ 2 ນາທີ​ ./.

ຂ່າວ/ບົດ​ອື່ນ