ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງໃຫ້ສຳເລັດຢ່າງເດັດຂາດ

ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງໃຫ້ສຳເລັດຢ່າງເດັດຂາດ - ảnh 1
ຫົວໜ້າອົງການ​ກວດກາ​ລັດຖະບານ ຮີ່ນ​ຟອງ​ແຈງ
(ພາບ: VGP)


(vovworld) - ​ ​​ແກ້​​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກ​ຂອງ​ພົນລະ​ເມືອງ​ໃຫ້​ສຳ​ເລັດ​ຢ່າງ​ເດັດຂາດ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ຫົວໜ້າອົງການ​ກວດກາ​ລັດຖະບານ ຮີ່ນ​ຟອງ​ແຈງ ​ໃນ​ລາຍການ “ປະຊາ​ຊົນ​ຖາມ - ລັດຖະມົນຕີ​ຕອບ”, ​ເມື່ອ​ວັນ​ທີ 06/04. ຕາມ​ທ່ານ ຮີ່ນ​ຟອງ​ແຈງ ​ແລ້ວ, ປີ 2013, ຈຳນວນ​ໃບ​ຮ້ອງ​ຟ້ອງ, ຮ້ອງທຸກຂອງ​ພົນລະ​ເມືອງ ​ແລະ ຈຳນວນ​ກໍລະນີ​ຮ້ອງ​ຟ້ອງ, ຮ້ອງທຸກ​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ໄດ້​ຫຼຸດ​ລົງ 30%, ​ແຕ່​ສະພາບ​ຮ້ອງ​ຟ້ອງ, ຮ້ອງທຸກ​ຂອງ​ປະຊາຊົນ​ຍັງ​ຮ້ອນ​ເຮັ່ງ​, ​ແກ່ຍາວ, ມີ​ລັກສະນະສັບສົນ. ​ເພື່ອ​ແນ​ໃສ່​​ແກ້​ໄຂສະພາບ​ການ​ຄື​ດັ່ງກ່າວ, ອົງການ​ກວດກາ​ລັດຖະບານ​ໄດ້​ສະ​ເໜີ​ພິຈາລະນາ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການຮ້ອງ​ຟ້ອງ, ຮ້ອງທຸກ. ພິ​ເສດ​, ​​ເມື່ອ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງມີ​ຜົນ​ບັງ​ຄັບ​ໃຊ້, ​ເລື່ອງ​ແນະນຳ​ປະຕິບັດ​ກົດໝາຍ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ຕອບສະໜອງ​ຄວາມ​ຕ້ອງການ​ຕົວ​ຈິງ ​ແລະ ປະກອບ​ສ່ວນ​ຫຼຸດຜ່ອນ​ການຮ້ອງ​ຟ້ອງ, ຮ້ອງທຸກຂອງ​ປະຊາຊົນ. ອົງການ​ກວດກາ​ລັດຖະບານ​ສະ​ເໜີ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ເພີ່ມ​ທະວີ​ການ​ສຶກສາ​ກົດໝາຍ​ໃຫ້​ພົນລະ​ເມືອງ, ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກົດໝາຍ​ຢ່າງ​ຖືກຕ້ອງ, ​ເພື່ອ​ແນ​ໃສ່​ຈຳກັດສະພາບຮ້ອງ​ຟ້ອງ, ຮ້ອງທຸກຢ່າງ​ຜິດພາດ ​ແລະ ຈຳກັດ​ການ​ຮ້ອງ​ຟ້ອງ, ຮ້ອງທຸກ​ໂດຍ​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ