ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ



ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ - ảnh 1
ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​
ລັດຖະບານ​ຫວຽດນາມ​ ວູ້ດຶກດາມ

Vovworld- ວິສາຫະກິດກ່ວາ 7.600 ແຫ່ງໃນຈຳນວນວິສາຫະກິດທັງໝົດ 13.000 ແຫ່ງທີ່ຢຸດການ ເຄື່ອນໄຫວ ຊົ່ວຄາວໃນປີ 2012 ໄດ້ກັບຄືນສູ່ການ ເຄື່ອນໄຫວ​ເປັນ​ປົກກະຕິ​ໃນ​ໄຕ​ມາດ 1 ປີ 2013. ທີ່​ການ​ປະຊຸມ​ຂ່າວ​​ເມື່ອ​ສິ້ນສຸດກອງ​ປະຊຸມ​ລັດຖະບານ​ເມື່ອ​ຕອນ​ບ່າຍ​ວັນ​ທີ 29/3, ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ​ ວູ້ດຶກດາມໃຫ້​ຮູ້​ວ່າ : ຕົວ​ເລກ​ນີ້ ​ໄດ້​ຮັບ​ເມື່ອ​ຕິດຕາມ​ໝາກຜົນ​ການ​ເສຍ​ອາກອນ​ຂອງ​ບັນດາວິສາຫະກິດ. ​ແຕ່​ຈຳນວນ ວິສາຫະກິດຈົດ​ທະບຽນ​ໃໝ່​ແມ່ນ​ບໍ່​ຫຼາຍ, ຈຳນວນວິສາຫະກິດ​ຕົກ​ເຂົ້າ​ສູ່​ສະພາບ ຢຸດ​ສະ​ງັກ, ຢຸດ​ການ​ຜະລິດ​​ແມ່ນຍັງຫຼາຍຢູ່. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ວິສາຫະກິດ,​ລັດຖະບານ​ໄດ້​ໃຫ້ການ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຄວນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຄຳ​ສັ່ງ​ແນະນຳ​ກ່ຽວ​ກັບການ ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ວິສາຫະກິດ. ລັດຖະບານ​ຍັງ​ຄົ້ນ​ຄ້ວາ ​ເພື່ອ​ຍືນ​ສະ​ເໜີ​ບັນດາ​ວິທີ​ການ​ແກ້​ໄຂ​ທີ່​ແຂງ​ແຮງ​ກ່ວາ​ກ່ຽວ​ກັບ​ສວ່ຍສາ​ອາກອນ​ຕໍ່​ສະ​ໄໝ​ປະຊຸມ​ສະພາ​ແຫ່ງ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ