ແກ້​ໄຂ​ບັດ​ເຫຼືອງ IUU: ຝູ​ອຽນ​ປະ​ຕິ​ບັດ​ການ​ຫາ​ປາ​​ຖືກ​ຕ້ອງຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ

(VOVWORLD) -ວັນທີ 20 ພຶດສະພາ, ທ່ານເຈິ່ນຮຶວເທ໊ ຮອງປະທານຄະນະກຳມະການປະຊາຊົນແຂວງ ຝູອຽນໄດ້ມີການເຮັດວຽກກັບຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ການນຳບັນດາທ້ອງຖິ່ນແຄມທະເລກ່ຽວກັບການເພີ່ມທະວີການຄວບຄຸມກ່ຳປັ່ນຫາປາທີ່ຜິດກົດໝາຍ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ແກ້​ໄຂ​ບັດ​ເຫຼືອງ IUU: ຝູ​ອຽນ​ປະ​ຕິ​ບັດ​ການ​ຫາ​ປາ​​ຖືກ​ຕ້ອງຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ - ảnh 1ພາບປະກອບ: TTXVN

ລາຍງານທີ່ການເຮັດວຽກ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງຝູອຽນ ໃຫ້ຮູ້ວ່າ, ໂດຍປະຕິບັດຕາມການສົ່ງເສີມຂອງ ຄະນະກຳມະການເອີລົບ (EC) ທີ່ກ່າວເຕືອນບັດເຫຼືອງກ່ຽວກັບການຂຸດຄົ້ນ IUU, ແຂວງຝູອຽນໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີຫຼາຍມາດຕະການສະກັດກັ້ນການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ. ມາຮອດປັດຈຸບັນ, ຝູອຽນໄດ້ປະຕິບັດສຳເລັດການຕິດຕັ້ງກວດກາອຸປະກອນຕິດຕາມກວດກາການເດີນທາງສຳລັບກ່ຳປັ່ນຫາປາ 381/381 ລຳ ທີ່ຮັບປະກັນໄດ້ເງື່ອນໄຂຕິດຕັ້ງອຸປະກອນຕິດຕາມກວດກາການເດີນທາງ, ມີ ກ່ຳປັ່ນ 100%ມີລວງຍາວ 15 ແມັດຂຶ້ນໄປຂອງແຂວງໄດ້ຮັບການໝາຍແມ່ນກຳປັ່ນຖືກຕາມກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ