ແກ້ໄຂບັດເຫຼືອງ IUU ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ສອດຄ່ອງກັບກົດໝາຍ ແລະ ຊອບທຳ

(VOVWORLD) - ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ມາຮອດປະຈຸບັນໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍໃນອາທິດກ່ອນ 100%.
ແກ້ໄຂບັດເຫຼືອງ IUU ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ສອດຄ່ອງກັບກົດໝາຍ ແລະ ຊອບທຳ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

        ຕັດສິນໃຈຍົກເລີກບັດເຫຼືອງຂອງປະຊາຄົມລວມ ເອີລົບ (ອີຊີ) ສຳລັບອາຊີບຫາປາ ຫວຽດນາມ ໃນປີ 2025, ພັດທະນາຂະແໜງສິນໃນນຳແບບຍືນຍົງ, ສອດຄ່ອງກັບກົດໝາຍ ແລະ ຊອບທຳ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄັ້ງທີ 25 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການ ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 09 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ. ວາລະປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນເຂດແຄມທະເລ.

        ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ມາຮອດປະຈຸບັນໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍໃນອາທິດກ່ອນ 100%. ໃນອາທິດ, ບໍ່ເກີດມີສະພາບກຳປັ່ນລະເມີດເຂດທະເລຕ່າງປະເທດຖືກຈັບ ຫຼື ແກ້ໄຂ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ຕ້ອງສ້າງໂຄງປະກອບຄືນໃໝ່, ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ສອດຄ່ອງກັບກົດໝາຍ ແລະ ຊອບທຳ.

        “ສ້າງໂຄງປະກອບຖັນແຖວພະນັກງານ, ໜ່ວຍງານກຳປັ່ນ, ປະຊາຊົນຄືນໃໝ່, ປະກອບສ່ວນສ້າງໂຄງປະກອບແມ່ນກຳລັງແຮງງານຕາມທິດຫາປາທີ່ຖືກຕ້ອງຕາມກົດໝາຍ ແລະ ເພີ່ມທະວີການລ້ຽງປູກ, ປຸງແຕ່ງສິນໃນນ້ຳ ແລະ ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອຂຸດຄົ້ນສິນທະເລ. ບົນພື້ນຖານເປົ້າໝາຍທີ່ວາງອອກແມ່ນ ຕ້ອງຢຸດຕິການຫາປາແບບຜິດກົດໝາຍ, ບໍ່ລາຍງານ. ທີ 2 ຕ້ອງສ້າງໂຄງປະກອບຄືນໃໝ່, ພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ແກ້ໄຂວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ