ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພະຍຸ Wutip

ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພະຍຸ Wutip - ảnh 1
(ທ່ານ​ ເລ​ຮົ່ງ​ແອນ, ​ກຳມະການ​ກົມ​ການ​ເມືອງ
ໄປ​ກວດກາ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກພະຍຸ Wutip)


(vovworld) - ຕອນ​ເຊົ້າ​ວັນ​ທີ 26 ຕຸລາ, ທ່ານ​ ເລ​ຮົ່ງ​ແອນ, ​ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ​ໄດ້​ໄປ​ກວດກາ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກພະຍຸ Wutip ຢູ່​ເມືອງ ວິ້ງ​ລິງ, ​ແຂວງ​ກວາງ​ຈິ້. ພະຍຸ Wutip ​​ໄດ້​ພັດ​ເຂົ້າ​ເທດສະບານ​ເມືອງ​ວິ້ງ​ລິງ, ​ເຮັດ​​ໃຫ້ 22 ຄົນ​ຖືກ​ບາດ​ເຈັບ, ​ເຮືອນ​ຊານ 9000 ຫຼັງ ​ແລະ 1.700 ກິດຈະ​ກຳ​ພື້ນຖານ​ໂຄງ​ລ່າງ​ຖືກ​ເປ​່ເພ, ພິ​ເສດ​ມີ​ເນື້ອ​ທີ່​ປູກ​​ຢາງພາລາ​ກວ່າ 5.500 ​ແຮກ​ຕາຖືກ​ທຳລາຍ, ກໍ່​ຄວາມສາຍ​ຫາຍ​ທັງ​ໝົດ​ເກືອ​ບ 2000 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ວິ້ງ​ລິງ ​ແລະ ​ແຂວງ​ກວາງ​ຈີ້, ທ່ານ​ເລ​ຮົ່ງ​ແອ​ງ ​ໃຫ້​ຮູ້​ວ່າ ລັດຖະບານ​ພວມ​ລວບ​ລວມຄວາມ​ເສຍ​ຫາຍ​ເພື່ອ​ຫັກ​ງົບປະມານໜູນ​ຊ່ວຍ​ໃຫ້​ບັນດາ​ທ່ອງ​ຖິ່ນ​ແກ້​ໄຂ​ຜົນ​ຮ້ານ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ. ທ່ານ​ເລ​ຮົ່ງ​ແອ​ງ ກໍ່​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ຕ້ອງ​ຄົ້ນຄວ້າ​ຢ່າງ​ລະອຽດ, ວິທະຍາສາດ, ຊອກ​ຫາ​ຕົ້ນ​ໄມ້​ທີ່​ເໝາະສົມ​ກັບ​ແຕ່ລະ​ເຂດທີ່​ເຄີຍປະສົບ​​ໄພ​ທຳ​ມະ​ຊາດ. ພ້​ອມທັງ​ມີ​ທິດ​ທາງ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ກູ້​ຢືມ​ທຶນ​ເພື່ອ​ຟື້ນ​ຟູ​ການ​ຜະລິດ ພາຍຫຼັງ​ພະຍຸ, ​ເຮັດ​ໃຫ້​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້​ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ລົງ​ກວດກາ​ຢູ່​ບາງ​ສວນ​ປຸກ​ຢາງພາລາ​ຖືກທຳລາຍ​ຢູ່​ຕາ​ແສງ ວິ້ງທຸຍ, ມອບ​ຂວງ​ຂວັນ​ໃຫ້ 3 ຄອບຄົວ​ທີ່ຖືກ​ເສຍ​ຫາຍ​ຈາກພະຍຸ Wutip, ມອບ​ຂອງຂວັນ 15 ພູດ​ໃຫ້​ປະຊາຊົນ​ເຂດ​ຖືກ​ພະຍຸ​ເມືອງ​ວິ້ງ​ລິງ.

ຂ່າວ/ບົດ​ອື່ນ