ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນກຳລັງໜູນໃຫ້ແກ່ບັນດາຂົງເຂດຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ

(VOVWORLD) -ກອງປະຊຸມສຳມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງແຫ່ງການໄກ່ເກ່ຍປອງດອງ ແລະ ການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ” ຖືກດຳເນີນໃນວັນທີ 26 ມີນາ, ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ.

ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນກຳລັງໜູນໃຫ້ແກ່ບັນດາຂົງເຂດຮ່ວມມືລະຫວ່າງຫວຽດນາມ-ອາເມລິກາ - ảnh 1 ກອງປະຊຸມສຳມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງແຫ່ງການໄກ່ເກ່ຍປອງດອງ ແລະ ການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ”

(ພາບ: TTXVN)

ບັນດາບົດທາບທາມຄວາມເຫັນຂອງຫວຽດນາມ ທີ່ກອງປະຊຸມສຳມະນາຢືນຢັນວ່າ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີການສົມທົບກັນຊອກຫາທະຫານອາເມລິກາ ຖືກຫາຍສາບສູນໃນສົງຄາມຢູ່ຫວຽດນາມ (MIA) ແມ່ນເນື້ອໃນເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ເອົາໃຈໃສ່ທີ່ສຸດໃນການຮ່ວມມືກັບອາເມລິກາ. ນີ້ແມ່ນເນື້ອໃນຮ່ວມມືມີລັກສະນະມະນຸດສະທຳ ແລະ ແມ່ນກຳລັງໜູນໃຫ້ແກ່ບັນດາຂົງເຂດຮ່ວມມືອື່ນໃນອະນາຄົດ. ພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດເຄມີພາຍຫຼັງສົງຄາມ (ຄະນະຊີ້ນຳ 701), ໃຫ້ຮູ້ວ່າ.

        “ມີມາດຕະການຫຼາຍຢ່າງ, ມີຫຼາຍເນື້ອໃນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ໃນນັ້ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມພຽງແຕ່ແມ່ນບັນຫາໜຶ່ງດຽວ. ເຖິງຢ່າງໃດກໍ່ຕາມ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄດ້ສະແດງໃຫ້ເຫັນແງ່ມູມແມ່ນ ພວກເຮົາປາດຖະໜາຢາກມີການພົວພັນທີ່ມີຄວາມສະເໝີພາບ, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແທ້ຈິງ. ກົງກັນຂ້າມ, ອາເມລິກາ ກໍ່ເຫັນໄດ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ. ຖ້າຫາກພວກເຮົາຮັບປະກັນຄວາມໄວ້ເນື້ອເຊື່ອໃຈໄດ້ຄືແນວນັ້ນ ແລະ ນັ້ນຈະແມ່ນພື້ນຖານໃຫ້ແກ່ການຮ່ວມມືໃນທຸກຂົງເຂດ”.

        ສ່ວນໃນບົດກ່າວປາໄສຂອງຕົນ, ທ່ານສະມາຊິກສະພາສູງ Patrick Leahy ຢືນຢັນວ່າ, ລັດຖະບານ, ສະພາແຫ່ງຊາດອາເມລິກາ ຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາເຊິ່ງການນຳ 2 ປະເທດໄດ້ເຫັນດີເປັນເອກະພາບນຳກັນ, ພ້ອມທັງແຈ້ງໃຫ້ຊາບວ່າ ຝ່າຍອາເມລິກາ ຈະໜູນຊ່ວຍງົບປະມານໃຫ້ບັນດາຜູ້ຖືກຕິດທາດພິດສີສົ້ມດີໂອຊີນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ