ແກ້ໄຂສະພາບສວຍໃຊ້ ເອກະສານສຳເນົາມີ ການຢັ້ງຢືນດ້ວຍກາປະທັບ


 ແກ້ໄຂສະພາບສວຍໃຊ້ ເອກະສານສຳເນົາມີ ການຢັ້ງຢືນດ້ວຍກາປະທັບ - ảnh 1
(ພາບ : moj.gov.vn)

(vovworld)- ຕ້ອງ​ແກ້​ໄຂ​ສະພາບ​ສວຍ​ໃຊ້​ອາ​ກະສາ​ນສຳ​ເນົາ​ມີ​ການ​ຢັ້ງຢືນ​ດ້ວຍ​ກາ​ປະ​ທັບ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ຮ່າ​ຮຸ່ງ​ເກື່ອງ, ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ ທີ່​ລາຍການ​ທາງ​ໂທລະພາບ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ“ ​ເມື່ອ​ວັນ​ທີ 13/7. ທ່ານ​ລັດຖະມົນຕີ​ຮ່າ​ຮຸ່ງ​ເກື່ອງ ​ເນັ້ນໜັກ​ວ່າ,  ການ​ສວຍ​ໃຊ້ ອາ​ກະສາ​ນສຳ​ເນົາມີ​ການ​ຢັ້ງຢືນ​ດ້ວຍ​ກາ​ປະ​ທັບ ​ໃນ​ການ​ປະຕິບັດ​ລະບຽບ​ການ​ບໍລິຫານ​ພວມ​ແມ່ນ​ບັນຫາ​ກໍ່​ຄວາມຮ້ອນ​ເຮັງ​ສຳລັບ​ປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ຕ້ອງ​ເສຍ​ເງິນ​ຫຼາຍ, ກໍ່ຄວາມ​ຟູມ​ເຟືອຍ​ໃຫ້​ແກ່​ສັງຄົມ. ​ແຕ່ລະ​ປີ, ​ມີ​ເອກະສານ​ສຳ​ເນົາ​ປະມານ 100 ລ້ານ​ສະບັບ​ຄື​ແນວ​ນັ້ນ​ໄດ້​ຮັບ​ການ​ຢັ້ງຢືນໃນ​ທົ່ວ​ປະ​ເທດ ​ແລະ ປະຊາຊົນ​ຕ້ອງ​ເສຍ​ເງິນ​ຫຼາຍ​ທີ່​ສຸດ. ມີຫຼາຍ​ກໍລະນີ​ໄດ້ມີ​​ເອກະສານ​ສຳ​ເນົາ​ຢັງຢືນ​ດ້ວຍ​ກາ​ປະ​ທັບ​​ໃນ​ຊຸດ​ເອກະສານ​ມີ່​ມອບ​ໃຫ້​ອົງການ​ທີ່​ກ່ຽວຂ້ອງ​ແລ້ວ ​ແຕ່​ຍັງ​ຄົງ​ສະ​ເໜີ​​ໃຫ້​ນຳ​ໜັງສື​ຕົ້ນສະບັບ​ມາເພື່ອສົມ​ທຽບ. ທ່ານ​ລັດຖະມົນຕີ​ຮ່າ​ຮຸ່ງ​ເກື່ອງ ຢືນຢັນ​ວ່າ, ກໍລະນີ​ນີ້​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະບານ. ​ເອກະສານ​ສຳ​ເນົາ​ມີ​ການ​ຢັງຢືນ​ດ້ວຍ​ກາ​ປະ​ທັບ​ແລ້ວ, ຕາມ​ຂໍ້​ກຳນົດ​ຂອງ​ລັດຖະບານ​ແມ່ນ​ໄດ້​ຮັບ​ຖື​ວ່າ​ປ່ຽບ​ເໝືອນເອກະສານ​ຕົ້ນສະບັບ, ມີ​ຄຸນຄ່າ​ນຳ​ໃຊ້​ຄື​ເອກະສານ​ຕົ້ນສະບັບ./.

ຂ່າວ/ບົດ​ອື່ນ