ແຂກ​ຕ່າງ​ປະ​ເທດ​ເດີນ​ທາງ​ມາ ຫວຽດ​ນາມ ເພີ່​ມ​ຂຶ້ນ​ເປັນ​ຈຳ​ນວນຫຼາຍ, ນີ້​ແມ່ນ​ສັນ​ຍານທີ່​ດີກ່ຽວ​ກັບ​ການ​ຟື້ນ​ຟູ​​ການ​ທ່ອງ​ທ່ຽວ

(VOVWORLD) -ຕາມກົມໃຫ່ຍທ່ອງທ່ຽວ ຫວຽດນາມ ແລ້ວ, ແຂກຕ່າງປະເທດເດີນທາງມາ ຫວຽດນາມ ເພີ່ມຂຶ້ນຢ່າງວ່ອງໄວ ໃນເດືອນ ພຶດສະພາ 2022 ບັນລຸ 172,9 ພັນເທື່ອຄົນ, ເພີ່ມຂຶ້ນ 70,6% ເມືຶ່ອທຽບໃສ່ເດືອນກ່ອນ ແລະ ຫຼາຍກວ່າ 12,8 ເທົ່າ ເມື່ອທຽບໄລຍະດຽວກັນຂອງປີກາຍ.
ແຂກ​ຕ່າງ​ປະ​ເທດ​ເດີນ​ທາງ​ມາ ຫວຽດ​ນາມ ເພີ່​ມ​ຂຶ້ນ​ເປັນ​ຈຳ​ນວນຫຼາຍ, ນີ້​ແມ່ນ​ສັນ​ຍານທີ່​ດີກ່ຽວ​ກັບ​ການ​ຟື້ນ​ຟູ​​ການ​ທ່ອງ​ທ່ຽວ - ảnh 1ຕໍແຮ ເຊິ່ງເປັນເຄື່ອງຫຼີ້ນພື້ນເມືອງຂອງ ຫວຽດນາມ ຈັບໃຈແທກທ່ອງທ່ຽວສາກົນ (ພາບ: TTXVN)

ເຖິງວ່າຍັງຕໍ່າກວ່າຫຼາຍເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນເຫັດການແຜລະບາດໂຄວິດ-19, ແຕ່ນີ້ແມ່ນສັນຍານທີ່ດີຕໍ່ກັບຂະແໜງການທ່ອງທ່ຽວພາຍຫຼັງເກືອບ 3 ເດືອນ ທີ່ຫວຽດນາມປະກາດເປີດກວ້າງການທ່ອງທ່ຽວ, ພິເສດ ແມ່ນງານມະຫາກຳກິລາຊີເກມ 31ທີ່ຜ່ານມາ, ຫວຽດນາມແມ່ນໃຈກາງດຶງດູດ ບັນດາຄະນະນັກກິລາກອງເຊຍ, ເຈົ້າໜ້າທີ່ກິລາ, ແຂກທ່ອງທ່ຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເດີນທາງມາເຕົ້າໂຮມ, ແຂ່ງຂັນ ແລະ ທ່ຽວຊົມທັດສະນິຍະພາບຢູ່ ຫວຽດນາມ.

        ໃນໄລຍະ 5 ເດືອນຕົ້ນປີ ບັນດາຕະຫຼາດໃນພາກພື້ນທົ່ວໂລກແມ່ນເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ ບັນດາຕະຫຼາດມີລະດັບເພື່ມຂຶ້ນຫຼາຍທີ່ສຸດແມ່ນພາກພື້ນ ອາເມລິກາ, ບັນລຸ 49, 675 ເທື່ອຄົນ, ເພີ່ມຂຶ້ນ 22,9 ເທົ່າ. ຕໍ່ມາແມ່ນເອີ່ຣົບ, ຂົງເຂດ ອາຊີ…

        ຕາມການລາຍງານຄັ້ງຫຼ້າສຸດຂອງເວທີ່ປາໄສເສດຖະກິດສາກົນ(World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ  2019, ນອນນູ່ໃນ 3 ປະເທດມີລະດັບປົວແປງດີທີ່ສຸດຂອງໂລກ

ຕອບກັບ

ຂ່າວ/ບົດ​ອື່ນ