ແຂກທ່ອງທ່ຽວມາຫວຽດນາມ ໃນ 10 ເດືອນບັນລຸ 5,35 ລ້ານເທື່ອຄົມ

ແຂກທ່ອງທ່ຽວມາຫວຽດນາມ ໃນ 10 ເດືອນບັນລຸ 5,35 ລ້ານເທື່ອຄົມ - ảnh 1
(ພາບປະກອບ)

(vovworld) -     ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ໃຫຍ່​ສະຖິຕິ​ຫວຽດນາມແລ້ວ,  ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ໃນ 10 ​ເດືອນ​ຜ່ານ​ມາ​ຄາດ​ວ່າ​ບັນລຸ 5,35 ​ລ້ານເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11,2% ​ເມື່ອ​ງທຽບ​ໃສ່​ໄລຍະ​ດ່ຽວ​ກັບ​ຂອງ​ປີ 2011 ​ແລະ ບັນລຸ 82,3% ​ແຜນການ​ປີ. ມີ​ບາງ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໄດ້​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວມາ​ຫວຽດນາມ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​ໃສ່​ປີ 2011 ​ຄື; ສ.​ເກົາຫຼີ, ຍີ່ປຸ່ນ, ມາ​ເລ​ເຊຍ, ຝລັ່ງ ​ແລະ ​ໄທ.

        ສິ່ງທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ​ໃນ 10 ​ເດືອນ​ຜ່ານ​ມາ, ​ແຂວງ Thua Thien Hue ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 2,2 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດເກືອບ 715.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 11% ​ເມື່ອ​ທຽບ​ໃສ່​ປີ 2011. ​ແຕ່​ນີ້​ຮອດ​ທ້າຍ​ປີ 2012, ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ Thua Thien Hue ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ “ທ່ອງ​ທ່ຽວດ້ວຍ​ລົດ 3 ລໍ້” ທີ່​ນຳ​ເຂົ້າ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃນ​ລະດູຝົນ…  ພ້ອມ​ທັງ​ກະກຽມ​ໃຫ້​ງານ​ປະ​ກວດ​ດົນ​ດີ​ສາກົນ​ຢູ່​ຫວຽດນາມ ຄັ້ງ​ທີ 2 – Hue 2012 ​ແລະ ພິທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທິດທາງ​ເໜືອ​ພາກ​ກາງ - Hue 2012. ນອກຈາກ​ລະບົບ​ເຂດ​ປູ​ຊະ​ນີຍະສະ​ຖານ​ກຸ່ງ​ເກົ່າ Hue, ມີ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່​​ເຊິ່ງມີ​ລັກສະນະ​ສະ​ເພາະ​ຂອງ​ເຂດ​ດິນ​​ວັດທະນະທຳ Hue ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ. ພິ​ເສດ​ແມ່ນ​ເລື່ອງ​ສຳ​ຫຼວດຊັບພະຍາກອນ​ທຳ​ມະ​ຊາດ​ເພື່ອ​ສ້າງ​ແຜນ​ທີ່​ເຂດ​ທ່ອງ​ທ່ຽວ​ຢູ່​ບາງ​ສະຖານ​ທີ່​ໃໝ່ ​ເພື່ອ​ສ້າງ​ລາຍ​ການທ່ອງທ່ຽວ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ