ແຂກທ່ອງທ່ຽວສາກົນນັບໝື່ນໆເທື່ອຄົນມາ ຫວຽດນາມ ໃນຊຸມມື້ຕົ້ນປີໃໝ່

ແຂກທ່ອງທ່ຽວສາກົນນັບໝື່ນໆເທື່ອຄົນມາ ຫວຽດນາມ ໃນຊຸມມື້ຕົ້ນປີໃໝ່ - ảnh 1
(ພາບປະກອບ)

(vovworld) - ຕາມ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຢູ່​ນະຄອນ​ໂຮ່ຈິ​ມິນ ​ແລ້ວ, ​ໃນ​ຊຸມ​ມື້ຕົ້ນ​ປີ​ໃໝ່, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ການ​ຄາດ​ຄະ​ເນ. ​ໃນ​ວັນ​ທີ 31/01 (ກົງກັນ​ວັນ​ທີ 01 ບຸນ​ເຕັດ)​ໄດ້​ມີ​ແຂກ​ທ່ອງ​ທ່ຽວ​ສາກົນນັບ​ໝຶ່ນໆ​ເທື່ອ​ຄົນ​ໄດ້ມາ​ຫວຽດນາມ, ​ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ບັນດາປະ​ເທດ​ໃໝ່ ຫຼາຍ​ຄົນ. ຕາມ​ຕົວ​ເລກ​ສະຖິຕິ​ຈາກ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ແລ້ວ, ແຂກ​ມາ​ຈາກ​ປະ​ເທດ​ຕ່າງໆໃນ​ເດືອນ 01/2014 ລ້ວນ​ແຕ່​ເພີ່ມ​ຂຶ້ນ. ​ໃນ​ນັ້ນ​​​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊີຍ ​ແມ່ນຫຼາຍ​ທີ່​ສຸດ​, ຖັດມາ​ແມ່ນ​​ຮົ່ງກົງ (ປະ​ເທດ​ຈີນ), ​ເຢຍລະ​ມັນ, ຝີ​ລິບ​ປີນ.

        ຢູ່​ແຂວງ ບ່າ​​ເຮື້ຍ - ວູງ​ເຕົ່າ, ໃນ​ຊຸມ​ວັນ​ບຸນປີ​ໃໝ່​ຜ່ານ​ມາບັນດ​າ resort, ​ໂຮງ​ແຮມ ​ໃນ​ນະຄອນ​ວູງ​ເຕົ່າ ລ້ວນ​ແຕ່​ເຕັມ​ໝົດ​.

        ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເທື່ອ​ທຽນ​ເຫ໋ວ ​ໃຫ້​ຮູ້​ວ່າ, ​ໃນ​ລະຫວ່າງ​ວັນ​ທີ 28/01 – 04/02 ​ໄດ້​ມີ​​ແຂກ​ທ່ອງ​ທ່ຽວກວ່າ 60.000 ​ເທື່ອ​ຄົນ​ມາ​ຢ້ຽມຢາມ​ເຫ໋ວ, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​​ໃສ່​ບຸນ​ປີ​ໃໝ່​ປີ 2013. ​ໃນ​ນັ້ນ​​ແຂກ​ທ່ອງ​ທ່ຽວ​ສາກົນ​ກວ່າ 40.000 ​ເທື່ອ​ຄົນ, ​ສ່ວນ​ຫຼາຍແມ່ນ​ມາ​ຈາກ​ບັນດາ​ປະ​ເທດ​ຄື ສ.​ເກົາຫຼີ, ອາ​ເມ​ລິ​ກາ, ຝລັ່ງ, ​ເຢຍລະ​ມັນ...

ຂ່າວ/ບົດ​ອື່ນ