ແຂວງ Dien Bien ຈັດຕັ້ງງານຕະຫຼາດນັດການຄ້າ, ການທ່ອງທ່ຽວຫວຽດນາມ - ລາວ

ແຂວງ Dien Bien ຈັດຕັ້ງງານຕະຫຼາດນັດການຄ້າ, ການທ່ອງທ່ຽວຫວຽດນາມ - ລາວ - ảnh 1
ງານ​ຕະຫຼາດນັດການ​ຄ້າ​, ການທ່ອງ​ທ່ຽວ​ຫວຽດນາມ - ລາວ ປີ 2012
(ພາບ: baodienbienphu.info.vn)


(vovworld) -     ​​ໂດຍ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ປີສາມັກຄີ ມິດຕະພາບ​ຫວຽດນາມ - ລາວ, ຕອນ​ຄໍ່າ​ວັນ​ທີ 10/9, ຢູ່​ນະຄອນ​ Dien Bien Phu, ​ແຂວງ Dien Bien ​ໄດ້​ໄຂ​ງານ​ຕະຫຼາດນັດການ​ຄ້າ​, ການທ່ອງ​ທ່ຽວ​ຫວຽດນາມ - ລາວ ປີ 2012. ງານ​ຕະຫຼາດນັດການ​ຄ້າ​ທ່ອງ​ທ່ຽວ​ຫວຽດນາມ - ລາວ ປີ 2012 ​ໄດ້​ດຶງ​ດູດ​ຮ້ານ​ວາງສະ​ແດງ​ສິນຄ້າ​ເກືອບ 300 ຮ້ານ ຂອງ 150 ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ. ງານ​ຕະຫຼາດ​ນັດດ້ວຍ​ບັນດາ​ຜະລິດ​ຕະພັນ​ບໍລິ​ໂພ​ກ, ອຸປະ​ໂພ​ກ, ຜະລິດ​ຕະພັນ​ກະ​, ​ໂສ້ງ​ເສື້ອ, ​​ເຄື່ອງ​ຫັດຖະກຳ, ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ແລະ ອື່ນໆ ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ໄດ້​ນຳ​ບັນດາ​ດາ​ຜະລິດ​ຕະພັນ​ທີ່​ຜະລິດ​ຢູ່​ລາວ. ງານ​ຕະຫຼາດ​ນັດການ​ຄ້າ​, ການທ່ອງ​ທ່ຽວ​ຫວຽດນາມ - ລາວ ປີ 2012 ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ເພື່ອ​ໃຫ້​ພະນັກງານ, ປະຊາຊົນ​ບັນ​ດາ​ເຜົ່າ​ເຫັນ​ໄດ້​ຄວາມ​ສາມັກຄີ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ຊາດ​ຫວຽ​ດນາມ - ລາວ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ພົບ​ປະ​ແລກປ່ຽນ​ຊອກ​ຮູ້​ຄວາມ​ສາມາດ​ບົມຊ້ອນ​ຂອງ​ການ​ພົວພັນ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​, ປະກອບສ່ວນ​​ເຂົ້າ​ໃນ​ການຊຸກຍູ້​ດ້ານ​ການ​ຄ້າ, ການທ່ອງ​ທ່ຽວ​ຂອງ​ແຕ່ລະ​ປະ​ເທດອີກ​ດ້ວຍ.

ຂ່າວ/ບົດ​ອື່ນ