ແຂວງ Dien Bien ຈັດພິທີໄຫວ້ອາໄລອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫລະຊີວິດຢູ່ ລາວ.

ແຂວງ Dien Bien ຈັດພິທີໄຫວ້ອາໄລອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫລະຊີວິດຢູ່ ລາວ. - ảnh 1
ພາບປະກອບ:internet

(vovword)- ວັນ​ທີ 21/5, ບັນດາ​ອົງການ​ກ່ຽວຂ້ອງ​ແຂວງ Dien Bien ສົມທົບ​ກັບ​​ທະຫານ​ເຂດ 2 ສັງກັດ​ກອງ​ບັນຊາ​ການ​ທະຫານ​ແຂວງ Dien Bien ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລອັດຖິ​ທະຫານ​ອາສາ​ສະໝັກ ຫວຽດນາມ 32 ຊຸດທີ່​ເສຍສະຫລະ​ຊີວິດ​ຢູ່ ສະຫນາມຮົບ ສປປ ລາວ. ຈຳນວນ​ອັດຖິ​ດັ່ງກ່າວ​ໂດຍ​ແມ່ນ​ກອງ​ຊອກ​ຫາ ທ້ອນ​​ໂຮມ​ອັດຖິ​ນັກຮົບ​ເສຍສະຫລະ​ຊີວິດ ທະຫານ​ເຂດ 2 ​ແລະ ກຳລັງ​ປະກອບ​ອາວຸດ, ທະຫານ ​ແລະ ປະຊາຊົນ​ລາວ ຢູ່ ບໍລິ​ເວນ 4 ​ແຂວງ ພາກ​ເຫນືອ​ຂອງ​ລາວ​ຄື: ຫລວງ​ນ້ຳ​ທາ, ຜົ້ງ​ສາລີ, ອຸດົມ​ໄຊ ​ແລະ ຫລວງ​ພະ​ບາງ​ສົມ​ທົບ​ກັນ​ຊອກ​ຫາ. ​ນີ້​ແມ່ນ ບັ້ນ​ທີ 1 ​ໃນ​ປີ 2012, ທະຫານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ Dien Bien ຮັບ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ ຫວຽດນາມ ທີ່​ເສຍ​ສະຫລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວ.

ຂ່າວ/ບົດ​ອື່ນ