ແຂວງ ກ໋ວາງນິງ ປະຕິບັດສຳເລັດການກໍ່ສ້າງຊົນນະບົດໃໝ່

(VOVWORLD) - ໃນເວລາ 12 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດຊົນນະບົດໃໝ່ ແລະ ໂຄງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ແຂວງ ກ໋ວາງນິງ ຍາມໃດກໍ່ແມ່ນໜຶ່ງໃນບັນດາຈຸດເດັ່ນເມື່ອເປັນທ້ອງຖິ່ນທຳອິດຢູ່ພາກເໜືອມີເມືອງບັນລຸມາດຖານຊົນນະບົດໃໝ່
ແຂວງ ກ໋ວາງນິງ ປະຕິບັດສຳເລັດການກໍ່ສ້າງຊົນນະບົດໃໝ່ - ảnh 1ບັນດາຜູ້ແທນຢ້ຽມຢາມຮ້ານຂາຍເຄື່ອງ ocop ຂອງ ແຂວງ ກ໋ວາງນິງ
(ພາບ: Vũ Miền/VOV)

ໝົດປີ 2022, ແຂວງ ກ໋ວາງນິງ ປະຕິບັດສຳເລັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຊົນນະບົດໃໝ່, ໄວກ່ວາ 1 ປີເມື່ອທຽບໃສ່ແຜນການ ແລະ ສ້າງສຳເລັດໂຄງການຫລຸດຜ່ອນຄວາມທຸກຍາກຕາມມາດຖານແຫ່ງຊາດໄວກ່ວາ 3 ປີເມື່ອທຽບໃສ່ແຜນການຂອງສູນກາງ. ນີ້ແມ່ນຂໍ້ມູນໄດ້ປະກາດທີ່ກອງປະຊຸມຕີລາຄາໝາກຜົນແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງຮອດປີ 2022; ຜັນຂະຫຍາຍໜ້າທີ່ປີ 2023 2025 ໂດຍຄະນະກຳມະການປະຊາຊົນແຂວງ ຈັດຂຶ້ນໃນວັນທີ 8 ກຸມພາ, ຢູ່ນະຄອນ ຮະລອງ, ແຂວງ ກວາງນິງ.

        ໃນເວລາ 12 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດຊົນນະບົດໃໝ່ ແລະ ໂຄງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ແຂວງ ກ໋ວາງນິງ ຍາມໃດກໍ່ແມ່ນໜຶ່ງໃນບັນດາຈຸດເດັ່ນເມື່ອເປັນທ້ອງຖິ່ນທຳອິດຢູ່ພາກເໜືອມີເມືອງບັນລຸມາດຖານຊົນນະບົດໃໝ່. ມາຮອດປະຈຸບັນ, ທັງໝົດ 98 ຕາແສງຂອງແຂວງ ກ໋ວາງນິງ ບັນລຸມາດຖານຊົນນະບົດໃໝ່. ທ່ານ ເຮົ່າອາເລັ່ງ, ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ, ຮອງຫົວໜ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດສູນກາງ, ຖືວ່າ:

        “ແຂວງ ກ໋ວາງນິງ ໄດ້ປະກາດໃຊ້ຫຼາຍນະໂຍບາຍທີ່ເປັນເອກະລັກສະເພາະເພື່ອແນໃສ່ເສີມຂະຫຍາຍທ່າໄດ້ປຽບ ແລະ ໃຫ້ບຸລິມະສິດແກ່ແຫຼ່ງກຳລັງສຳຄັນຂອງແຂວງເຂົ້າເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ແຂວງ ກໍ່ມີນະໂຍບາຍປະດິດຄິດສ້າງໃນການປຸກລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ປຸກລະດົມແຫ່ງກຳລັງຈາກປະຊາຊົນ ແລະ ວິສາຫະກິດພ້ອມກັນເຂົ້າຮ່ວມປະຕິບັດການກໍ່ສ້າງຊົນນະບົດໃໝ່. ນີ້ກໍ່ແມ່ນບາດກ້າວບຸກທະລຸສຳຄັນທີ່ສຸດຂອງແຂວງ ກວາງນິງ”.

ຕອບກັບ

ຂ່າວ/ບົດ​ອື່ນ