ແຂ​ວງ ກວ໋າ​ງ​ນິງ ແລະ ບັກ​ນິງ ຈັດຫຼາຍ​ກິດ​ຈະ​ກຳ​ດ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໃນ​ຊຸມ​ວັນ​ບຸນ​ເຕັດ

(VOVWORLD) -   ປະຊາຊົນ ແລະ ແຂກທ່ອງທ່ຽວ ສາມາດເຂົ້າຮ່ວມຫຼາຍເຫດການວັດທະນະທຳ, ການທ່ອງທ່ຽວທີ່ດູດດື່ມ ເຊິ່ງຖືກຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆຂອງແຂວງ ກວ໋າງນິງ ກ່ອນ, ໃນໄລຍະ ແລະ ຫຼັງບຸນປີໃໝ່ປະຈຳຊາດປີມະໂລງ 2024.
ແຂ​ວງ ກວ໋າ​ງ​ນິງ ແລະ ບັກ​ນິງ ຈັດຫຼາຍ​ກິດ​ຈະ​ກຳ​ດ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໃນ​ຊຸມ​ວັນ​ບຸນ​ເຕັດ - ảnh 1 ຫຼາຍກິດຈະກຳສະແດງສິລະປະວັນນະຄະດີ, ກິລາ ໄດ້ຈັດຂຶ້ນຢູ່ສະຖານທີ່ຕ່າງໆໃນທົ່ວແຂວງ (ພາບ: VOV)

ລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ ແລະ ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄດ້ດຳເນີນພ້ອມກັນຢູ່ທ້ອງຖິ່ນ 13 ແຫ່ງໃນແຂວງ ກວ໋າງນິງ. ກິດຈະກຳທີ່ປະຊາຊົນລໍຄອຍທີ່ສຸດນັ້ນແມ່ນການຍິງບັ້ງໄພດອກ ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ (ໃນຄ່ຳຄືນວັນທີ 9 ກຸມພາ) ຢູ່ສະຖານທີ່ 17 ຈຸດໃນທົ່ວແຂວງ. ນັບແຕ່ວັນທີ 1 ບຸນເຕັດ ຈະມີຫຼາຍກິດຈະກຳວັດທະນະທຳ, ການສະແດງສິລະປະວັນນະຄະດີ, ກິລາກາຍຍະກຳ, ການລະຫຼີ້ນບັນເທິງຮັບໃຊ້ປະຊາຊົນຢູ່ສູນ, ຫໍວັດທະນະທຳແຫ່ງຕ່າງໆ; ພ້ອມດຽວກັນນັ້ນ ຍັງມີກິດຈະກຳສະແດງສະລະປະວັນນະຄະດີ, ງານບຸນຢູ່ທ້ອງຖະໜົນຮັບໃຊ້ແຂກທ່ອງທ່ຽວອີກດ້ວຍ. ທ່ານນາງ ຫງວຽນຮວຽນແອັງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າ ໄດ້ຊີ້ນຳ, ສົມທົບ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດທ່ອງທ່ຽວ ກະກຽມໃຫ້ເປັນຢ່າງດີຢູ່ທຸກຂອດ, ຈາກພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນຈັດບັນດາເຫດການກ່ຽວຂ້ອງເຖິງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ເພື່ອໂຄສະນາໃຫ້ແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວສາກົນ, ເພື່ອໃຫ້ເຂົ້າເຈົ້າໄດ້ສຳຜັດກັບຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ”.

ແຂ​ວງ ກວ໋າ​ງ​ນິງ ແລະ ບັກ​ນິງ ຈັດຫຼາຍ​ກິດ​ຈະ​ກຳ​ດ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໃນ​ຊຸມ​ວັນ​ບຸນ​ເຕັດ - ảnh 2ການສະແດງຂັບກວານຫໍ້ບັກນິງແບບເກົ່າ ແລະ ໃໝ່ (ພາບ: baobacninh.com.vn)

        ໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024, ແຂວງ ບັກນິງ ກໍໄດ້ຈັດຫຼາຍກິດຈະກຳທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນ ເຊັ່ນ: ການສະແດງຂັບກວານຫໍ້ບັກນິງແບບເກົ່າ ແລະ ໃໝ່; ການວາງສະແດງຕາມຫົວເລື່ອງສະເພາະ ແລະ ຫຼາຍກິດຈະກຳສຳຜັດວັດທະນະທຳທີ່ຈັບອົກຈັບໃຈຢູ່ຫໍພິພິທະພັນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ