ແຂວງ ກວາງນີງ ໄຂງານບຸນວິຫານ ເກື໋ອອົງ

(VOVWORLD) - ເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນ, ສ້ອມແປງບັນດາເຂດປູຊະນີຍະສະຖານປະຫວັດສາດ, ເຂດທ່ອງທ່ຽວທັດສະນີຍະພາບ.

ແຂວງ ກວາງນີງ ໄຂງານບຸນວິຫານ ເກື໋ອອົງ - ảnh 1ວິຫານເກື໋ອອົງ ເປີດງານບຸນປີ 2018

(ພາບ: halongtourism.com.vn)

ຕອນຄ່ຳວັນທີ 18 ມີນາ, ຢູ່ນະຄອນ ເກີ໋ມຝາ, ແຂວງ ກວາງນິງ, ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານ ເກື໋ອອົງ ແລະ ໄຂງານບຸນວິຫານ ເກື໋ອອົງ ປີ 2018. ວິຫານເກື໋ອອົງ ແມ່ນບ່ອນບູຊານາຍພົນ ເຈີ່ນກວກຕ໋າງ, ລູກຜູ້ທີ 3 ຂອງນາຍພົນ ເຈີ່ນກວກຕ໋ວນ ແລະ ນາຍພົນຫຼາຍທ່ານໃນສະໄໝລາດຊະວົງເຈີ່ນ (ສະຕະວັດທີ 13) ທີ່ມີຄຸນງາມຄວາມດີໃນການຕໍ່ສູ້ຕ້ານສັດຕູ, ປົກປັກຮັກສາເຂດທາງທິດຕາເວັນອອກສ່ຽງເໜືອ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ:

        “ຂ້າພະເຈົ້າສະເໜີໃຫ້ແຂວງ ກວາງນີງ ຈົ່ງເອົາໃຈໃສ່ເປັນພິເສດເຖິງການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມ. ເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນ, ສ້ອມແປງບັນດາເຂດປູຊະນີຍະສະຖານປະຫວັດສາດ, ເຂດທ່ອງທ່ຽວທັດສະນີຍະພາບ. ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວິຊາຊີບໃຫ້ມີຄຸນນະພາບສູງເພື່ອຕອບສະໜອງໜ້າທີ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງ. ພ້ອມທັງມີແຜນການຝຶກອົບຮົມໃຫ້ພະນັກງານ ແລະ ປະຊາຊົນທ້ອງຖິ່ນກ່ຽວກັບວິຊາຊີບ, ພາສາຕ່າງໆ ແລະ ທ່າທີການປະພຶດສຳລັບມໍລະດົກ ແລະ ແຂກທ່ອງທ່ຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ