ແຂວງ ກວາງບິ່ງ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ບັນດາເຂດພູດອຍ

(VOVWORLD) -ຕອນເຊົ້າວັນທີ 21 ພຶດສະພາ, ແຂວງ ກວາງບິ່ງ ໄດ້ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ 17 ເຂດຂອງເມືອງ ໂບແຈັກ ແລະ ເມືອງ ກວາງນິງ.
ແຂວງ ກວາງບິ່ງ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ບັນດາເຂດພູດອຍ - ảnh 1(ການນຳແຂວງກວາງບິ່ງ ໄປກວດກາບັນດາເຂດປ່ອນບັດກ່ອນກຳນົດເວລາ)

ມີຜູ້ມີສິດເລືອກຕັ້ງເກືອບ 5.500 ຄົນຢູ່ 17 ເຂດພູດອຍ, ຊາຍແດນຂຶ້ນກັບ 2 ເມືອງ ໂບແຈກ ແລະ ກວາງນິງ ໄດ້ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 - 2026 ໃນຕອນເຊົ້າວັນທີ 21 ພຶດສະພາ, ໄວກວ່າ 2 ວັນເມື່ອທຽບໃສ່ວັນເລືອກຕັ້ງຂອງທົ່ວປະເທດ.

        ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19, ຢູ່ບັນດາສະຖານທີ່ປ່ອນບັດລ້ວນແຕ່ມີນ້ຳຢາລ້າງມືຂ້າເຊື້ອ, ຜ້າອັດປາກ-ອັດດັງ, ເຄື່ອງວັດແທກອຸນຫະພູມ, ແນະນຳຜູ້ມີສິດໄປປ່ອນບັດຮັບປະກັນການແຍກຫ່າງກັນເພື່ອໃຫ້ມີຄວາມປອດໄພ. ທ່ານ ຫງວຽນຮິວຮົ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ໂບແຈກ, ແຂວງ ກວາງບິ່ງ, ໃຫ້ຮູ້ວ່າ.

        “ເມືອງພວກຂ້າພະເຈົ້າມີຫຼາຍຫົວໜ່ວຍເລືອກຕັ້ງກ່ອນກຳນົດເວລາ, ຍ້ອນວ່າ 2 ຕາແສງເຂດຊາຍແດນ ເຕີນແຈັກ ແລະ ເທື້ອງແຈັກ ມີ 100% ແມ່ນຊາວຊົນເຜົ່າສ່ວນໜ້ອຍ, ການໄປມາແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ໃນຂະນະທີ່ເນື້ອທີ່ດິນທຳມະຊາດຂອງເມືອງແມ່ນກວ້າງໃຫຍ່ ລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ. ຖ້າຫາກດຳເນີນການປ່ອນບັດໃນມື້ດຽວກັນກັບທົ່ວປະເທດຈະປະສົບກັບຄວາມຫຍຸ້ງຍາກ, ສົ່ງຜົນສະທ້ອນເຖິງວຽກງານເລືອກຕັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ