ແຂວງ ກອນຕູມ ນຳໂສມ ງອັກລິງ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ

(VOVWORLD) -ເຂົ້າຮ່ວມເວທີປາໄສມີຜູ້ແທນມາຈາກແຂວງທາງພາກໃຕ້ຂອງ ລາວ, ທິດຕາເວັນອອກສ່ຽງເໜືອ ກຳປູເຈຍ; ບັນດານັກຊ່ຽວຊານ, ນັກວິທະຍາສາດ
ແຂວງ ກອນຕູມ ນຳໂສມ ງອັກລິງ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວ - ảnh 1 ທີ່ເວທີປາໄສ
(ພາບ: TTXVN)

ຕອນບ່າຍວັນທີ 24 ເມສາ, ຄະນະກຳມະການປະຊາຊົນເມືອງ ຕູເມີຣົງ, ແຂວງ ກອນຕູມ ໄດ້ຈັດເວທີປາໄສ ໂສມ ງອັກລິງ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຕິດພັນກັບການທ່ອງທ່ຽວ. ເຂົ້າຮ່ວມເວທີປາໄສມີຜູ້ແທນມາຈາກແຂວງທາງພາກໃຕ້ຂອງ ລາວ, ທິດຕາເວັນອອກສ່ຽງເໜືອ ກຳປູເຈຍ; ບັນດານັກຊ່ຽວຊານ, ນັກວິທະຍາສາດ ພ້ອມກັບວິສາຫະກິດຫຼາຍແຫ່ງທີ່ດຳເນີນທຸລະກິດໃນຂົງເຂດການຢາ ແລະ ທ່ອງທ່ຽວ.

      ທີ່ເວທີປາໄສ, ບັນດານັກຊ່ຽວຊານ, ນັກຄຸ້ມຄອງຊັ້ນນຳຂອງຂະແໜງໄດ້ປະກອບຄຳເຫັນຊ່ວຍໃຫ້ເມືອງ ຕູເມີຣົງ ແກ້ໄຂຂໍ້ຕິດຂັດໃນການດຶງດູດ, ລະດົມເງິນລົງທຶນ; ປົກປັກຮັກສາ, ພັດທະນາປ່າ; ສ້າງຜະລິດຕະພັນພິເສດສະເພາະທີ່ຕິດພັນກັບຕົ້ນໂສມ ງອັກລິນ.

      ໃນຂອບເຂດຂອງເວທີປາໄສ, ໃນລະຫວ່າງວັນທີ 24 – 26 ເມສາ, ເມືອງ ຕູເມີຣົງ ໄດ້ໄຂງານຕະຫຼາດນັດໂສມ ງອັກລິງ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ