ແຂວງ ກອນຕຸມ ໄຂລາຍການສີສັນລະດູບານໃໝ່ 2020

(VOVWORLD) - ຕອນຄ່ຳວັນທີ 30 ມັງກອນ, ທີ່ຫໍພິພິທະພັນ - ຫໍສະໝຸດແຂວງ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ກອນຕຸມ ໄດ້ໄຂລາຍການສີສັນລະດູບານໃໝ່ 2020. 
ແຂວງ ກອນຕຸມ ໄຂລາຍການສີສັນລະດູບານໃໝ່ 2020 - ảnh 1 ແຂວງ ກອນຕຸມ ໄຂລາຍການສີສັນລະດູບານໃໝ່ 2020 (ພາບ: TTXVN)

ລາຍການໄດ້ແນະນຳໃຫ້ແກ່ຜູ້ຊົມບັນດາການລະຫຼິ້ນພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນບັນດາເຜົ່າ…ຈຸດພົ້ນເດັ່ນແມ່ນການວາງສະແດງຫົວເລື່ອງສະເພາະ “ໄລຍະທາງ 90ປີແຫ່ງຄວາມເອກອ້າງທະນົງໃຈ, ສະຫງ່າລາສີ” ໄດ້ແນະນຳບັນດາເອກະສານ, ຮູບຖ່າຍ, ວັດຖຸພັນອັນລ້ຳຄ່າກ່ຽວກັບບັນດາຂີດໝາຍສຳຄັນ ແລະ ຜົນງານອັນສະຫງ່າລາສີຂອງປະເທດຊາດ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ທ່ານ ຫງວຽນວັນກວາງ, ຮອງຫົວໜ້າຫໍພິພິທະພັນ - ຫໍສະໝຸດແຂວງ ກອນຕຸມ ໃຫ້ຮູ້ວ່າ:

ນີ້ແມ່ນລາຍການປະຈຳປີຂອງຫໍພິພິທະພັນ - ຫໍສະໝຸດແຂວງ ໄດ້ຈັດຕັ້ງເປັນປະຈຳ ນັບແຕ່ປິ 2016 ຈົນມາຮອດປັດຈຸບັນ. ຫົວເລື່ອງສະເພາະ 90ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ລວມມີເນື້ອໃນກ່ຽວກັບຮູບຖ່າຍ, ເອກະສານທີ່ໄດ້ສະສົມເກັບຮັກສາໄວ້ເປັນຢ່າງດີ. ໃນລາຍການສີສັນລະດູບານໃໝ່ 2020, ພວກຂ້າພະເຈົ້າຢາກແນະນຳໃຫ້ວົງຄະນະຍາດບັນດາເຜົ່າຢູ່ແຂວງ ກອນຕຸມ ກ່ຽວກັບມໍລະດົກວັດທະນະທຳຂອງທຸກເຂດພາກໃນທົ່ວປະເທດ. ການເຄື່ອນໄຫວນີ້ ແມ່ນເພື່ອຂ່ຳນັບຮັບຕ້ອນ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ