ແຂວງ ກາ​ເມົາ ໄຂ ​Festival ​ກຸ້ງ

(VOVWORLD) - ຕອນຄ່ຳວັນທີ 10 ທັນວາ, ຄະນະກຳມະການປະຊາຊົນແຂວງ ກາເມົາ ຂອງ ຫວຽດນາມ ໄດ້ຈັດພິທີໄຂ “Festival ກຸ້ງ ກາເມົາ ແລະ ເວທີປາໄສ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2023”. ດ້ວຍຫົວຂໍ້ “Festival ກຸ້ງ ກາເມົາ ປີ 2023 - ຄວາມເອກອ້າງທະນົງໃຈຕໍ່ເຄື່ອງໝາຍການຄ້າ ຫວຽດ”, Festival ແມ່ນເຫດການທີ່ມີຂອບຂະໜາດລະດັບພາກພື້ນ ໂດຍແຂວງ ກາເມົາ ຈັດຂຶ້ນເປັນຄັ້ງທຳອິດ.
ແຂວງ ກາ​ເມົາ ໄຂ ​Festival ​ກຸ້ງ - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: VOV)

ຜະລິດຕະພັນ ກຸ້ງ ກາເມົາ ໄດ້ປະກົດມີຢູ່ຫຼາຍກວ່າ 60 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ມີ 4 ຕະຫຼາດໃຫຍ່ເຊິ່ງແມ່ນ ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ (ອີຢູ) ແລະ ຈີນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ໃຫ້ຮູ້ວ່າ ວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳໃນປີນີ້ຂອງ ຫວຽດນາມ ຄາດວ່າບັນລຸກວ່າ 53 ຕື້ USD, ໃນນັ້ນ, ການສົ່ງອອກກຸ້ງແມ່ນປະມານ 3,6 ຕື້ USD. ສະເພາະແຂວງ ກາເມົາ ໄດ້ປະກອບສ່ວນເກືອບ ມູນຄ່າການສົ່ງອອກກຸ້ງ 28%. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຂາຍ ສະເໜີວ່າ:

“ຂະແໜງກະສິກຳເວົ້າລວມ ແລະ ກາເມົາ ເວົ້າສະເພາະ ຕ້ອງສຸມໃສ່ພັດທະນາລະບົບນິເວດກະສິກຳ, ໃນນັ້ນ ມີລະບົບນິເວດຂະແໜງກຸ້ງ. ພ້ອມດຽວກັນນັ້ນ, ສ້າງເສດຖະກິດສີຂຽວ, ເສດຖະກິດໝູນວຽນໃນຂົງເຂດກະສິກຳ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກວ້; ສົ່ງເສີມການເລີ່ມຕົ້ນທຸລະກິດ, ນະວັດຕະກຳ ແລະ ຍູ້ແຮງການຫັນເປັນດີຈີຕອນໃນຂົງເຂດກະສິກຳ, ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ… ນີ້ແມ່ນການກຳນົດທິດຍຸດທະສາດທີ່ເໝາະສົມເພື່ອເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າແຮງ, ໂອກາດທີ່ດີ, ທ່າໄດ້ປຽບແກ້ງແຍ້ງທີ່ແຕກຕ່າງຂອງແຂວງ ກາເມົາ ແລະ ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”.

 

ຕອບກັບ

ຂ່າວ/ບົດ​ອື່ນ