ແຂວງ ດົ່ງທາບຮ່ວມມືເລິດເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດກັບແຂວງ ຈຳປາສັກ

(VOVWORLD) - ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່...
ແຂວງ ດົ່ງທາບຮ່ວມມືເລິດເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດກັບແຂວງ ຈຳປາສັກ - ảnh 1ການເຊັນບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ (ພາບ: Nhựt An/TTXVN)

ຕອນບ່າຍວັນທີ 27 ສິງຫາ, ຢູ່ນະຄອນ ກາວແຫຼ້ງ, ທ່ານ ເລກວັກຟອງ, ເລຂາຄະນະພັກແຂວງ ດົ່ງທາບ ໄດ້ເຮັດວຽກກັບທ່ານ ວິໄລວົງ ບຸດດາຄຳ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ (ສປປ ລາວ).

          ກ່າວຄຳເຫັນນະທີ່ນີ້, ທ່ານ ເລກວັກຟອງ ຢັ້ງຢືນວ່າ: ດົງທາບຍາມໃດກໍ່ປາດຖະໜາຮ່ວມມືຫຼາຍກ່ວາກັບແຂວງ ຈຳປາສັກ ກໍ່ຄືບັນດາແຂວງຂອງລາວ. ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່ ແລະ ລົງທຶນ; ສືບຕໍ່ຂ່ຳນັບຮັບຕ້ອນພະນັກງານ, ນັກສຶກສາແຂວງ ຈຳປາສັກ ມາຮ່ຳຮຽນ, ຄົ້ນຄ້ວາ, ມຸ່ງໄປເຖິງການປະຕິບັດໂຄງການຮ່ວມມືເລິກເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດ.

          ສ່ວນທ່ານເລຂາພັກແຂວງ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອ, ໜູນຊ່ວຍຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດົ່ງທາບ ຕໍ່ແຂວງ ຈຳປາສັກ ໃນໄລຍະຜ່ານມາ, ພິເສດແມ່ນວຽກງານປ້ອງກັນ, ຕ້ານໂຄວິດ -19, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດສາທາລະນະສຸກ... ເນື່ອງໃນໂອກາດນີ້, ການນຳສອງແຂວງ ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໄລຍະ 2022 – 2025, ໃນນັ້ນ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ເສດຖະກິດ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວຽກງານພົວພັນຕ່າງປະເທດປະຊາຊົນ, ການຮ່ວມມືມິດຕະພາບ ແລະ ຮັບປະກັນຊີວິດສັງຄົມ...

ຕອບກັບ

ຂ່າວ/ບົດ​ອື່ນ