ແຂວງ ຝູເທາະ ກຽມພ້ອມຮັບປະຊາຊົນໃນທົ່ວປະເທດມາໄຫວ້ອາໄລວັນບຸນບູຊາເຈົ້າຊີວິດຮຸ່ງ

(VOVWORLD) - ດ້ວຍເປົ້າໝາຍສ້າງ ແລະ ຈັດງານບຸນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ໃຫ້ກາຍເປັນໜຶ່ງໃນບັນດາງານບຸນແບບຢ່າງຂອງທົ່ວປະເທດ.
ແຂວງ ຝູເທາະ ກຽມພ້ອມຮັບປະຊາຊົນໃນທົ່ວປະເທດມາໄຫວ້ອາໄລວັນບຸນບູຊາເຈົ້າຊີວິດຮຸ່ງ - ảnh 1ພາບປະກອບ

ໃນຊຸມວັນນີ້, ແຂວງ ຝູເທາະ ພວມຕ້ອນຮັບແຂກທ່ອງທ່ຽວຫຼາຍເທື່ອຄົນມາເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ ງານບຸນ ບູຊາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບ້ານເກີດເມືອງນອນ ປີ 2023. ໜຶ່ງໃນບັນດາເຫດການຕົ້ນຕໍຂອງງານບຸນ ແມ່ນພິທີບູຊາເຈົ້າຊີວິດຮຸ່ງ, ເຊິ່ງຈະຈັດຂຶ້ນໃນເວລາ 7 ໂມງ ຂອງວັນທີ 29 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ).

        ດ້ວຍເປົ້າໝາຍສ້າງ ແລະ ຈັດງານບຸນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ໃຫ້ກາຍເປັນໜຶ່ງໃນບັນດາງານບຸນແບບຢ່າງຂອງທົ່ວປະເທດ. ແຂວງ ຝູເທາະ ມານະພະຍາຍາມຮັບປະກັນໃຫ້ງານບຸນໄດ້ຈັດຕັ້ງຢ່າງລອບຄອບຖີ່ຖ້ວນ, ປອດໄພ. ທ່ານ ເລເຈື່ອງຢາງ, ຜູ້ອຳນວຍການເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ດຳເນີນການປັບປຸງພື້ນຖານດ້ານວັດຖຸ ເພື່ອຕອບສະໜອງບັນດາເງື່ອນໄຂຮັບໃຊ້ແຂກທ່ອງທ່ຽວໃຫ້ເປັນຢ່າງດີ. ບັນດາຫ້າງຮ້ານຂາຍເຄື່ອງຢູ່ວິຫານຮຸ່ງ ໄດ້ເຊັນຄຳໝັ້ນສັນຍາປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ, ບັນດາບໍລິການຮັບໃຊ້ແຂກທ່ອງທ່ຽວໃຫ້ເປັນຢ່າງດີ ເຮັດແນວໃດເພື່ອສ້າງສະພາບແວດລ້ອມທີ່ສະໜິດສະໜົມທີ່ສຸດໃຫ້ແກ່ພໍ່ແມ່ປະຊາຊົນເມື່ອມາຢ້ຽມຢາມວິຫານຮຸ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ