ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ

(VOVWORLD) - ນື່ອງໃນໂອກາດບັນດາຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ...
ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ - ảnh 1ການເຮັດວຽກກັບແຂວງ ຫົວພັນ (ພາບ: ໜັງສືພິມເຊີນລາ)

ວັນທີ 27 ສິງຫາ, ຢູ່ແຂວງ ເຊີນລາ, ຄະນະຜູ້ແທນຂັ້ນສູງແຂວງ ໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງບາງແຂວງທາງພາກເໜືອຂອງລາວ (ເຊິ່ງລວມມີ: ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ອຸດົມໄຊ), ເນື່ອງໃນໂອກາດບັນດາຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 – 5/9/2022), 45 ປິແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມືຫວຽດນາມ - ລາວ ( 1977 – 2022).

          ທີ່ບັນດາການເຈລະຈາ, ສອງຝ່າຍໄດ້ປຶກສາຫາລື, ເຫັນດີເປັນເອກະພາບ, ລົງນາມຂໍ້ຕົກລົງຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ແຂວງ ເຊີນລາ ແລະ ບາງແຂວງທາງພາກເໜືອລາວ ສືບຕໍ່ສົມທົບກັນໃນວຽກງານໂຄສະນາເຜີຍແຜ່ເຖິງພະນັກງານ, ນັກຮົບ ແລະ ປະຊາຊົນແຕ່ລະປະເທດ ກ່ຽວກັບມູນເຊື້ອສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ແຂວງ ເຊີນລາ ແລະແຂວງ ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ອຸດົມໄຊ ເວົ້າສະເພາະ; ຮັກສາແລກປ່ຽນບັນດາຄະນະປະຕິບັດງານໄປຢ້ຽມຢາມມິດຕະພາບ, ເຮັດວຽກ, ແລກປ່ຽນບົດຮຽນໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ