ແຂວງ ເບັນແຈ ມອບທຶນສຶກສາໃຫ້ ນັກຮຽນທຸກຍາກ, ເດັກກຳພ້າ, ເດັກພິການ

ແຂວງ ເບັນແຈ ມອບທຶນສຶກສາໃຫ້ ນັກຮຽນທຸກຍາກ, ເດັກກຳພ້າ, ເດັກພິການ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 03/03, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ​ແຂວງ ​ເບັນ​ແຈ ພ້ອມ​ກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ນ້ຳນົມຫວຽດນາມ Vinamilk ​ແລະ ສະມາຄົມ​ບັນດາ​ເພື່ອນ​ມິດ​ຫວຽດນາມ ຢູ່ຝລັ່ງ ​ໄດ້​ມອບທຶນ​ສຶກສາ​ໃຫ້​ນັກ​ຮຽນທຸກ​ຍາກ, ​ເດັກ​ກຳພ້າ, ​ເດັກ​ພິການ 147 ຄົນຢູ່​ບັນດາ​ໂຮງຮຽນ​ໃນ​ບໍລິ​ເວນ​ແຂວງ ​​ເບັນ​ແຈ ສົກຮຽນ 2012 – 2013. ​ໃນ​ຄັ້ງ​ນີ້, ທຶນ​ສຶກສາ​ທີ່​ມອບ​ໃຫ້​ນັກຮຽນ​ປະຖົມ ​ແມ່ນ 600.000 ດົງ/ພູດ, ນັກຮຽນ​ມັດທະຍົມ​ຕອນ​ຕົ້ນ​ແມ່ນ 800.000 ດົງ/ພູດ, ນັກຮຽນ​ມັດ​ຕະຍົມ​ຕອນ​ປາຍ 1 ລ້ານ​ດົງ/ພູດ. ລວມ​ຈຳນວນ​ເງິນ​ກວ່າ 130 ລ້ານ​ດົງ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ​ເບັນ​ແຈ ​ໄດ້​ມອບ​​ໃບຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ​ໃຫ້​ແກ່​ທ່ານ​ນາງ ວໍ້​ທິຫາວ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ກາ​ນາ​ດາ, ​ຍ້ອນມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ ​ໃນ​ວຽກ​ງານ​ກຸສົນທີ່​ມີ​ຕໍ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ​ແຂວງ ​ເບັນ​ແຈ.
ຂ່າວ/ບົດ​ອື່ນ