ແຂວງ ເຫ້ງອານ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນພາຍຫຼັງພະຍຸໂດຍໄວ

ແຂວງ ເຫ້ງອານ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນພາຍຫຼັງພະຍຸໂດຍໄວ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ເຫ້ງອານ
(ພາບ: baonghean.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 29 ຕຸລາ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະ​ນະ​ເລຂາ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ເຫ້ງອານ ກ່ຽວ​ກັບ​ສະພາບ​ເສຍ​ຫາຍ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ບັນດາ​ພະຍຸ Wutip ​ແລະ Nari ​ໃນ​ບໍລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ແຂວງ​ເຫ້ງອານ ຂຸດ​ຄົ້ນ​ແຫຼ່ງກຳລັງ​ຢູ່​ກັບ​ທີ່ ​ແລະ ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ສູນ​ກາງ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອຮັບປະກັນ​ຊີວິດ​ການ​​ເປັນ​ຢູ່​ ​ແລະ​ ການ​ຜະລິດ​ຂອງ​ປະຊາຊົນໃນ​ເຂດ​ນ້ຳ​ຖ້ວມເປັນ​ປົກກະຕິ​; ຈັດ​ຕັ້ງ​ການ​ໄປ​ຢື້​ຢາມ​ຖາມ​ຂ່າວ, ປຸກ​ລະ​ກົມ​ບັນດາ​ຄອບຄົວ​ທີ່​ມີ​ຜູ້​ເສຍ​ຊີວິດ, ຮັບ​ບາດ​ເຈັບ, ຄອບຄົວ​ນະ​ໂຍບາຍ​; ສະ​ໜອງ​ທັນ​ຍາ​ຫານ, ປະຕິບັດ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ເປັນ​ຢ່າງ​ດີ ບໍ່​ປະ​ໃຫ້​ປະຊາຊົນ​ຖືກ​ອຶດຫິວ. ພ້ອມ​ທັງ​ສົ່ງ​ບັນດາ​ຄະນະ​ປະຕິບັດ​ງານ​ລົງ​ຮາກ​ຖານ​ຊີ້​ນຳ, ​ແນະນຳ​ໃຫ້​ບັນດາ​ຕາ​ແສງ​ທຳ​ການ​ຜະລິດ, ລ້ຽງສັດ, ຟື້ນ​ຟູ​ເນື້ອ​ທີ່​ດິນ​ປູກຝັງ, ລ້ຽງສັດ​ໃຫ້ເປັນ​ປົກກະຕິ ​ແລະ ຟື້ນ​ຟູ​ບັນດາ​ກິດ​ຈຳ​ກຳ​ໂຄງລ່າງທີ່​ຈຳ​ເປັນ​ເພື່ອ​ຮັບປະກັນ​ຊີ​ວີ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ.

ພະຍຸ Wutip ​ແລະ Nari ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່​ແຂວງ​ເຫ້ງອານ ເຮັດ​ໃຫ້​ 6 ຄົນ​ເສຍ​ຊີວິດ, ​ເຮືອນ​ຊານ 30 ຫຼັງ​ຖືກ​​​ເປ່​ເພ ​ແລະ 30 ຫຼັງ​ຖືກ​ຈົມ​ໃຕ້ນ້ຳ, ​ເຂົ້າ​ພືດ, ສິນ​ໃນ​ນ້ຳ 22.000 ​ແຮກ​ຕາຖືກ​ເສຍ​ຫາຍ. ຄາດ​ວ່າ​ພະຍຸ​​ໄດ້ກໍ່ຄວາມເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ປະມານ 1.700 ຕື້​ດົງ.

ຂ່າວ/ບົດ​ອື່ນ