ແຂວງ ເຮົ້າຢາງ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ

ແຂວງ ເຮົ້າຢາງ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ - ảnh 1
ແຂວງ ​ເຮົ້າ​ຢາງ ສະ​ເຫຼີ​ມ​ສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ
(ພາບ: chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 01/01, ຢູ່​ນະຄອນ ວິ້​ແທງ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກໃຕ້​ຫວຽດນາມ, ທະຫານ​ເຂດ 9 ສົມທົບ​ກັບ​ແຂວງ​ເຮົ້າ​ຢາງ ຈັດ​ງານ​ຊຸມນຸມ​ມິດ​ຕິງ, ​ສວນສະໜາມ ​ເພື່ອ​ສະ​ເຫຼີ​ມສະໜອງ 40 ປີ​ແຫ່ງ​ວັນ​ຕີ​ເອົາໄຊຊະນະ​ກອງພັນ​ຂອງ​ສັນ​ຕູ 75 ຄັ້ງ​ຂອງ​ກອງທັບ ​ແລະ ປະຊາ​ຊົນ​ເຂດ 9 ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ຜົນງານ​ເຊິ່ງ​ແຂວງ​ເຮົ້າ​ຢາງ​ບັນລຸ​ໄດ້​ໃນ​ໄລຍະ 10 ປີຜ່ານມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ອົງຄະ​ນະ​ພັກ, ກອງທັບ ​ແລະ ປະຊາຊົນ​​ແຂວງ​ເຮົ້າ​ຢາງ ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດວິລະຊົນໃນການຕໍ່ສູ້, ພະຍາຍາມ​ໃນ​ການອອກແຮງງານ, ມີ​ຫົວຄິດ​ປະດິດສ້າງ, ລະດົມທຸກແຫຼ່ງກຳລັງ, ຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງຕົນ ເພື່ອພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ສູ້ຊົນກໍ່ສ້າງບ້ານເກີດເມືອງນອນເຮົ້າຢາງ ​ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ ກັບມູນເຊື້ອອັນສະຫງ່າລາສີ, ມູນເຊື້ອວິລະຊົນ, ກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ເຮົ້າ​ຢາງ ​ໄດ້​ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ 2 ຂອງ​ປະທານປະ​ເທດ​ມອບ​ໃຫ້.

ຂ່າວ/ບົດ​ອື່ນ