ແຂວງ ແຄ໊ງຮວ່າ ຈັດຕັ້ງລາຍການສິລະປະ ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວໃນປີ ທ່ອງທ່ຽວແຫ່ງຊາດ

(VOVWORLD) -ຕອນຄໍ່າວັນທີ 30 ເມສາ, ຢູ່ສະໜາມຫຼວງວັນທີ 2 ເມສາ, ນະຄອນ ຍາຈາງ, ແຂວງແຄ໊ງຮວ່າ ຂອງຫວຽດນາມ ໄດ້ດໍາເນີນ ລາຍການສິລະປະ “ໄມ້ເກດສະໜາແຄ໊ງຮວ່າ - ສິ່ງສັກສິດຂອງປະເທດຊາດ”.
ແຂວງ ແຄ໊ງຮວ່າ ຈັດຕັ້ງລາຍການສິລະປະ ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວໃນປີ ທ່ອງທ່ຽວແຫ່ງຊາດ - ảnh 1 ພິທີຖະຫວາຍໄມ້ເກດສະໜາ 

 ນີີ້ແມ່ນລາຍການສິລະປະເປີດສາກໃຫ້ແກ່ບັນດາການເຄື່ອນໄຫວທີ່ຟົດຟື້ນມ່ວນຊືນ ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ ປີ 2019 “ຍາຈາງ ສີສັນຂອງທະເລ”.

        ລາຍການ ດັ່ງກ່າວໂດຍຜູ້ກໍາກັບ ຮວ່າງເຍີດນາມ ຈັດທໍາ ໄດ້ຖ່າຍທອດສົດໃນຊ່່ອງໂທລະພາບ ທ່ອງທ່ຽວ Vietnam Journey ຂອງ ວິທະຍຸກະຈາຍສຽງຫວຽດນາມ ແລະ ບັນດາຊ່ອງໂທລະພາບ ອື່ນໆ ໃນເວລາ 19 ໂມງ 30 ນາທີ ຂອງຕອນຄໍ່າວັນທີ 30 ເມສາ.

        ຈຸດພົ້ນເດັ່ນຂອງລາຍການສິລະປະນີ້ ແມ່ນພິທີຖະຫວາຍໄມ້ເກດສະໜາ ເພື່ອແນໃສ່ເຊີດບັນດາຄຸນຄ່າຂອງໄມ້ເກດສະໜາ ຫວຽດນາມ, ໂດຍສະເພາະແມ່ນໄມ້ເກດສະໜາຢູ່ແຂວງແຄ໊ງຮວ່າ. ລາຍການມີການເຂົ້າຮ່ວມຂອງບັນດານັກຟ້ອນ ແລະ ນັກຮ້ອງສຽງດັ່ງ ຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ