ແຂວງກວາງຈິ: ພິທີເຊີດຊູສິລະປະ ຂັບບ່າຍຈ່ອຍ ພາກກາງ

(VOVWORLD) - ບ່າຍຈ່ອຍ ແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ, ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນວິວັດການອອກແຮງງານທຳການຜະລິດ, ການພົວພັນແລກປ່ຽນວັດທະນະທຳ
ແຂວງກວາງຈິ: ພິທີເຊີດຊູສິລະປະ ຂັບບ່າຍຈ່ອຍ ພາກກາງ - ảnh 1ແຂວງ ກວາງຈິ ເຊີດຊູສິລະປະ ຂັບບ່າຍຈ່ອຍ ພາກກາງ

ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ນະຄອນ ດົງຮ່າ, ຄະນະກຳມະການປະຊາຊົນແຂວງ ກວາງຈິໄດ້ຈັດຕັ້ງພິທີເຊີດຊູສິລະປະຂັບ ບ່າຍຈ່ອຍພາກກາງ ຫວຽດນາມ ໂດຍ UNESCO ເຊີດຊູແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.

        ບ່າຍຈ່ອຍ ແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ, ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນວິວັດການອອກແຮງງານທຳການຜະລິດ, ການພົວພັນແລກປ່ຽນວັດທະນະທຳ ທີ່ມີມາແຕ່ດົນນານຢູ່ບັນດາແຂວງທາງພາກກາງ ຈາກແຂວງ ກວາງບິ່ງ ຕະຫຼອດຮອດແຂວງ ແຄ໋ງຮ່ວາ. ຜ່ານໄລຍະປະຫວັດສາດຄັ້ງຕ່າງໆ, ສິລະປະຂັບ ບ່າຍຈ່ອຍ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງຊາວພາກກາງຫຼາຍລຸ້ນຄົນ. ຂັບບ່າຍແມ່ນຈ່ອຍເຂັ້ມຂຸ້ນໄປດ້ວຍລັກສະນະສຶກສາກ່ຽວກັບບຸກຄະລິກະພາບວິຖີຊີວິດ, ເຮັດໃຫ້ມະນຸດມຸ່ງໄປເຖິງບັນດາຄຸນຄ່າ, ມາດຖານຄຸນສົມບັດອັນດີງາມ, ໄດ້ຮັບຄວາມນິຍົມຊົມຊອບ, ຮັກສາ ແລະ ພັດທະນາຈາກປະຊາຊົນທຸກຊັ້ນວັນນະ. ຄວາມເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນນັ້ນໄດ້ນຳສິລະປະຂັບ ບ່າຍຈ່ອຍ ພາກກາງ ຫວຽດນາມ ກາຍເປັນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ