ແຂວງ​ກວ໋າງນິງ ກະ​ຕຸ້ນ​ຄວາມ​ຕ້ອງການ​ໄປ​ທ່ອງ​ທ່ຽວຢູ່ພາຍ​ໃນ​ປະ​ເທດ

(VOVWORLD) -ແຂວງກວ໋າງນິງ ຈະຈັດຕັ້ງລາຍການສະແດງສິລະປະ ຕ້ອນຮັບລະດູຮ້ອນ ຮະລອງປີ 2020 ເພື່ອເປີດສາກໃຫ້ແກ່ບັນດາເຫດການວັດທະນະທໍາ ແນໃສ່ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວຢູ່ແຂວງກວ໋າງນິງ ໃນເງື່ອນໄຂທີ່ໂລກລະບາດໄດ້ຮັບການຄວບຄຸມ.
ແຂວງ​ກວ໋າງນິງ ກະ​ຕຸ້ນ​ຄວາມ​ຕ້ອງການ​ໄປ​ທ່ອງ​ທ່ຽວຢູ່ພາຍ​ໃນ​ປະ​ເທດ - ảnh 1ອ່າວຮະລອງ (ພາບປະກອບ: VOV)

ລາຍການສະແດງສິລະປະ ຕ້ອນຮັບລະດູຮ້ອນ ຮະລອງປີ 2020 ຈະດໍາເນີນໃນຕອນຄໍ່າວັນທີ 16 ພຶດສະພາ ຢູ່ຫໍປະຊຸມສາກົນ FLC ຮະລອງ. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງກວ໋າງ ໃຫ້ຮູ້ວ່າ:

“ນອກຈາກບັນດາເຫດການຕົ້ນຕໍທີ່ຈັດຂຶ້ນຢູ່ນະຄອນຮະລອງແລ້ວ, ກໍ່ຍັງມີບັນດາເຫດການອື່ນໆຖືກຈັດຂຶ້ນຢູ່ທ້ອງຖິ່ນແຫ່ງຕ່າງໆອີກຄື ສັບປະດາວັດທະນະທໍາ - ອາຫານການກິນ ຢູ່ມ໊ອງກ໊າຍ, ໂກໂຕ, ອວງບີ໊. ໃນໄລຍະຈະມາເຖິງ, ທາງແຂວງກວ໋າງນິງ ຈະຮັບຮອງເອົານະໂຍບາຍຈໍານວນໜຶ່ງ ທີ່ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວກວ໋າງນິງ ໃນນັ້ນສຸມໃສ່ເດືອນ ພຶດສະພາ ຈະບໍ່ເກັບຄ່າປີ້ໄປຢ້ຽມຢາມອ່າວຮະລອງໃນຕອນກາງເວັນສໍາລັບລູກຄ້າໝົດທຸກຄົນ. ສ່ວນໃນເດືອນ ມິຖຸນາ ແລະ ເດືອນກໍລະກົດ ຈະມີໂປຼໂມຊັນ ຊື້1 ປີ້ ແຖມ 1 ປີ້”.

ເນື່ອງໃນໂອກາດນີ້, ແຂວງກວ໋າງນິງ ກໍຈະຈັດຕັ້ງງານວາງສະແດງສິນຄ້າ OCOP ກວ໋າງນິງ - ລະດູຮ້ອນປີ 2020 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 15 – 21 ພຶດສະພາ ຢູ່ທີ່ສູນວາງແຜນຜັງ, ສູນການຄ້າ ແລະ ວາງສະແດງ ແຂວງກວ໋າງນິງ. 

ຕອບກັບ

ຂ່າວ/ບົດ​ອື່ນ