ແຂວງກວາງນີງ:ກຽມພ້ອມໃຫ້ແກ່Carnavalຮ້າລອງ2015

ແຂວງກວາງນີງ:ກຽມພ້ອມໃຫ້ແກ່Carnavalຮ້າລອງ2015 - ảnh 1 ການ​ປະ​ຊຸມ​ຂ່າວ​ຂອງ​ແຂ​ວງ ກວາງ​ນີງ
(ພາບ​: .baoxaydung.com.vn)


(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ເຕົ້າ​ໂຮມ​ຈຸ​ດທີ່​ຍອດ​ຍິ່ງ - ຮອຍ​ຍິ້ມ​​ແຜ່​ຂະ​ຫຍາຍ”, Carnaval ຮ້າ​ລອງ​ປີ 2015 ຈະ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 8/5, ຢູ່​ນະ​ຄອນ ຮ້າ​ລອງ, ແຂວງ ກວາງ​ນີງ. ຜ່ານການ​ຈັດ​ຕັ້ງ​ເປັນ​ເວ​ລາ 8 ຄັ້ງ, Carnaval ຮ້າ​ລອງ ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ແຂວງ ກວາງ​ນີງ. ລາຍ​ການ Carnaval ປີນີ້​ມີ​ການ​ປ່ຽນ​ໃໝ່​ກ່ຽວ​ກັບ​ເນື້ອ​ໃນ​, ແນວ​ຄິດ ຮອດ​ຮູບ​ແບບ​ການ​ສະ​ແດງ. ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ໃນ​ເວ​ທີ​ສະ​ແດງ​ຈ​ະ​ໄດ້​ຮັບ​ການ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ດຽວ​ກັນ​ກັບ​ການ​ເຄື່ອນ​ໄຫວຢູ່​ຕາມ​ທ້ອງ​ຖະ​ໜົນ. ທ່ານ ດິງ​ແອງ​ຢູ້ງ, ຜູ້​ກຳກັບ​ໃຫຍ່​ຂອງ​ລາຍ​ການ Carnaval ຮ້າ​ລອງ, ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ດ້ານ​ເຕັກ​ນິກ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ຮັບ​ປະ​ກັນ​ວຽກ​ງານ​ໄດ​້​ປະ​ມານ 80%. ກ່ຽວ​ກັບ​ເນື້ອ​ໃນ, ບັນ​ດາ​ພາກ​ສ່ວນ​ທັງ​ໝົດ​ໄດ້​ຝຶກ​ແອບ​ຢູ່​ເວ​ທີແລ້ວ. ລາຍ​ການ​ລວມ​ມີ 2 ພາກ, ທີ່​ໜຶ່ງ​ແມ່ນ​ເຕົ້າ​ໂຮມ​ຈຸດຍອດ​ຍິ່ງ, ທີສອງ​ແມ່ນ​ຮອຍຍິ້ມ​ແຜ່​ຂະ​ຫຍາຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ສົ່ງ​ສາ​ນ​ເຊິ່ງ​ຊາວກວາງ​ນີງ ຢາກ​ຝາກ​ຝັງເຖິງ​ຜູ້​ຊົມ.”


ຂ່າວ/ບົດ​ອື່ນ