ແຂວງກວ໋າງນິງມານະພະຍາຍາມປັບປຸງດັດຊະນີ PCI ໃຫ້ຍືນຍົງ

(VOVWORLD) -ຜ່ານໄລຍະ 5 ປີແຫ່ງການຜັນຂະຫຍາຍມະຕິຂອງລັດຖະບານ, ແຂວງກວ໋າງນິງ ບັນລຸໄດ້ບັນດາຜົນງານສຳຄັນ.

ແຂວງກວ໋າງນິງມານະພະຍາຍາມປັບປຸງດັດຊະນີ PCI ໃຫ້ຍືນຍົງ - ảnh 1 ທີ່ກອງປະຊຸມ

(ພາບ: thoibaotaichinhvietnam.vn)

ຕອນບ່າຍວັນທີ 22 ເມສາ, ຢູ່ແຂວງກວ໋າງນິງ ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິເລກທີ 02 ຂອງລັດຖະບານ ກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂຕົ້ນຕໍເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດປີ 2019, ກຳນົດທິດຮອດປີ 2021; ໄຈ້ແຍກ ແລະ ຍົກອອກທິດທາງ, ມາດຕະການແກ້ໄຂດັດຊະນີກຳລັງແກ່ງແຍ້ງຂັ້ນແຂວງ (PCI) ປີ 2019 ໃຫ້ຍືນຍົງ.

        ຜ່ານໄລຍະ 5 ປີແຫ່ງການຜັນຂະຫຍາຍມະຕິຂອງລັດຖະບານ, ແຂວງກວ໋າງນິງ ບັນລຸໄດ້ບັນດາຜົນງານສຳຄັນ. ພິເສດໃນປີ 2017 – 2018, ແຂວງກວ໋າງນິງ ໄດ້ນຳໜ້າຕາຕະລາງຈັດອັນດັບກ່ຽວກັບ PCI ຢ່າງຕໍ່ເນື່ອງ. ທ່ານ ຫງວຽນວັນທັ໊ງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວ໋າງນິງ, ໃຫ້ຮູ້ວ່າ.

        “ມີບາງຕົວເລກຄາດໝາຍຂອງພາກສ່ວນຈະຕ້ອງສຸມໃສ່ແກ້ໄຂແມ່ນລາຍຈ່າຍທີ່ບໍ່ເປັນທາງການ. ທີ 2 ແມ່ນການບໍລິການໜູນຊ່ວຍວິສາຫະກິດ. ຕົວເລກຄາດໝາຍທີ 3 ກໍ່ແມ່ນຈຸດອ່ອນໃຫຍ່ສຸດນັ້ນ ແມ່ນລະບອບລະບຽບດ້ານນິຕິກຳ ແລະ ຄວາມເປັນລະບຽບຮຽບຮ້ອຍ ມີຫຼາຍເນື້ອໃນຄວນຖອດຖອນບົດຮຽນ ແລະ ແກ້ໄຂ. ເປົ້າໝາຍທີ່ໄດ້ວາງອອກໃນປີ 2019 ແມ່ນທຸກຕົວເລກດັດຊະນີລ້ວນແຕ່ຕ້ອງເພີ່ມຂັ້ນ ແລະ ເພີ່ມຄະແນນເພື່ອຮັກສາດັດຊະນີ PCI ໃຫ້ຍືນຍົງ.”

ຕອບກັບ

ຂ່າວ/ບົດ​ອື່ນ