ແຂວງທາຍງວຽນ ສະໜັບສະໜູນກຳລັງປະຕິບັດກົດໝາຍບົນທະເລ 1,8 ຕື້ດົງ

ແຂວງທາຍງວຽນ ສະໜັບສະໜູນກຳລັງປະຕິບັດກົດໝາຍບົນທະເລ 1,8 ຕື້ດົງ - ảnh 1
ທ່ານ ຫງວຽນທຽນ​ເຍີນ, ປະທານ​ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ຮັບ​ຈຳນວນ​ເງິນ 1,8 ຕື້​ດົງ
(ພາບ: cpv.org.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນທຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ຮັບ​ຈຳນວນ​ເງິນ 1,8 ຕື້​ດົງ ຂອງ​ປະຊາຊົນ​ແຂວງ​ທາຍ​ງວຽນ ຜ່ານຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ທາຍ​ງວຽນ, ​ເພື່ອສະ​ໜັບສະ​ໜູນ​​ໃຫ້ນັກຮົບ, ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ ​ແລະ ຊາວ​ປະມົງ​ພວມປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນນະ​ພິທີ, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ  ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ທາຍ​ງວຽນ ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ໃນ​ການ​ມຸ່ງ​ໄປ​ເຖິງ​ກຳລັງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ  ​ໄດ້​ສົມທົບ​ກັບ​ທະຫານ​ປ້ອງ​ກັນຊາຍ​ແດນ ​ແລະ ກຳລັງ​ກວດກາ​ການ​ປະມົງ ຈັດ​ຕັ້ງ​ການ​ໜູນ​ຊ່ວຍ​ຊາວ​ປະມົງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຄື: ກວາງ​ຫງ້າ​ຍ, ກວາງ​ນາມ, ຟຸອຽນ, ​ແຄ່ງ​ຮ່ວາ… ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ອຸ່ນ​ອ່ຽນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ປົກ​ປັກ​ຮັກສາ​​ເຂດ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ.

ຂ່າວ/ບົດ​ອື່ນ