ແຂວງທ້າຍງວຽນຈັດງານຕະຫຼາດນັດ “ ແຕ່ລະຕາແສງມີຜະລິດຕະພັນໜຶ່ງ ”

ແຂວງທ້າຍງວຽນຈັດງານຕະຫຼາດນັດ “ ແຕ່ລະຕາແສງມີຜະລິດຕະພັນໜຶ່ງ ” - ảnh 1
ແຂວງທ້າຍງວຽນຈັດງານຕະຫຼາດນັດ “ ແຕ່ລະຕາແສງມີຜະລິດຕະພັນໜຶ່ງ ”
(ພາບ: ຊວນຮູຍ)
(vovworld)- ຕອນ​ຄ່ຳ​ວັນ​ທີ 5/11, ຢູ່​ແຂວງ​ທ້າຍງວຽນ, ພະ​ແນກ​ອຸດ​ສາ​ຫະ​ກຳ, ການ​ຄ້າ ແລະ ຫ້ອງ​ການ​ປະ​ສານ​ງານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແຂວງ​ທ້າຍງວຽນໄດ້​ສົມ​ທົບ​ກັນ​ໄຂ​ງານ​ຕະຫຼາດ​ນັດ “ ແຕ່​ລະ​ຕາ​ແສງ​ມີ​ຜະ​ລິດ​ຕະ​ພັນ​ໜຶ່ງ ” ປີ 2016 ດ້ວຍ​ຫົວ​ຂໍ້ “ ຮ່ວມ​ສຳ​ພັນ-ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ”. ເຂົ້າ​ຮ່​ວມ​ງານ​ຕະຫຼາດ​ນັດ ມີ 250 ຮ້ານ​ວາງ​ສະ​ແດງ​ທີ່​ຂຶ້ນ​ກັບ 9 ເມືອງ, ນະ​ຄອນ, ເທດ​ສະ​ບານ​ໃນ​ແຂວງ ພ້​ອມ​ກັບ 150 ວິ​ສາ​ຫະ​ກິດ​ຂອງ 20 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ແຂວງ​ທ້າຍງວຽນຈັດ​ງານ​ຕະຫຼາດ​ນັດ​ນີ້​ດ້ວຍ​ຈຸດ​ໝາຍ​ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ການ​ຜະ​ລິດ, ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ, ຊອ​ກ​ຫາ​ຕະຫຼາດ…ງານ​ຕະຫຼາດ​ນັດ​ຍັງ​ປະ​ກອບ​ສ່ວນ​ເຊິດ​ຊູ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ດີ​ເດັ່ນຂອງ​ທ້ອງ​ຖິ່ນ ແລະ ພັດ​ທະ​ນາ​ຕະຫຼາດ​ຢູ່​ພາຍ​ໃນ​ປະ​ເທດ, ຍູ້​ແຮງບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນ​າມ​ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ”.
ຂ່າວ/ບົດ​ອື່ນ