ແຂວງບັກກ້ານສົ່ງເສີມການເຄື່ອນໄຫວຊຸກຍູ້ການເຕີບໂຕການຄ້າທ້ອງຖິ່ນ

ແຂວງບັກກ້ານສົ່ງເສີມການເຄື່ອນໄຫວຊຸກຍູ້ການເຕີບໂຕການຄ້າທ້ອງຖິ່ນ - ảnh 1
ພາບປະກອບ

(vovworld) – ​ແຂວງ ບັກ​ກ້ານ ພວມສົ່ງ​ເສີມ​ການ​ເຄື່ອ​ນ​ໄຫວ​ຊຸກຍູ້​ການ​ພັດທະນາ​ດ້ານ​ການ​ຄ້າ​ທ້ອງ​ຖິ່ນ. ​ໄລ່​ຮອດ​ວັນ​ທີ 16/9, ວິ​ສາ​ຫະກິດ​​ເກ​ືອບ 20 ​ແຫ່ງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງແຂວງ​ໄດ້​ຈົດ​ທະບຽນ​ເຂົ້​ຮ່ວມ​ຕະຫຼາດນັດ​ສິນຄ້າ ຫວຽດນາມ ​ຢູ່ເຂດ​ພູ​ດອຍ​ໃນ 6 ​ເມືອງ​ຂ​ອງ​ແຂວງ​ຄື: ບາ​ເບ໋, ​ເງີ​ນ​ເຊີນ, ນາຣີ່, ​ເຈີ້​ໂດ່​ນ, ​ເຈີ້​ເມີ້​ຍ ​ແລະ ​ເມືອງ ບັກ​ທົງ. ​ເຫດການ​ນີ້ ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ ​ແລະ ສົ່ງ​ເສີມ​ກາ​ນຄ້າ​ທ້ອງ​ຖິ່ນ​ປີ 2016. ຕະຫຼາດນັດ​ຄັ້ງ​ທຳ​ອິດ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 4/10/2016.

        ກໍ່​ນອນ​ໃນ​ບັນດາ​ເຫດການ​ສົ່ງ​ເສີມ​ການ​ຄ້າ, ວັນ​ທີ 6/9, ພະ​​ແນ​ກອຸດສາຫະກຳ ການ​ຄ້າ​ແຂວງ ບັກ​ກ້ານ ​​ໄດ້​ຈັດ​ຕັ້ງງານ​ຕະຫຼາດນັດ​ການ​ຄ້າ ປັກ​ກ້ານ ປີ 2016. ງານ​ຕະຫຼາດນັດ​ມີ​ຮ້ານ​ວາງ​ສິນຄ້າ​ກ່ວາ 100 ຮ້ານ​ດ້ວຍ​ຜະລິດ​ຕະພັນ​ຫຼາ​ຍປະ​ເພດ​ຄື ​ເຄື່ອງ​ນຸ່ງ, ​ເກີບ​ໜັງ, ​ເຄື່ອງ​ຫັດຖະກຳ, ​ເຄື່ອງ​​ເອກ​ເລັກ​ໂຕ​ນິກ…


ຂ່າວ/ບົດ​ອື່ນ