ແຂວງບິ່ງດິ້ງຈະເປີດສາຍການບິນສາກົນທຳອິດໃນປີ 2019

(VOVWORLD) -ທີ່ກອງປະຊຸມທ້າຍປີຂອງສະພາປະຊາຊົນແຂວງບິ່ງດິ້ງ ໃນຕອນບ່າຍວັນທີ 07 ທັນວາ, ທ່ານ ໂຮ່ກວັກຢຸງ, ປະທານຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ໃຫ້ຮູ້ວ່າ

ແຂວງບິ່ງດິ້ງຈະເປີດສາຍການບິນສາກົນທຳອິດໃນປີ 2019 - ảnh 1 ສະໜາມບິນ ຟຸ່ກ໊າດ

(ພາບ: nld.com.vn)

ແຂວງພວມສ້າງສຳເລັດພື້ນຖານໂຄງລ່າງການຄົມມະນາຄົມເຊື່ອມຕໍ່ກັບສະໜາມບິນ ຟຸ່ກ໊າດ, ເພື່ອຕອບສະໜອງຄວາມຕ້ອງການຂົນສົ່ງຜູ້ໂດຍສານໄປຍັງນະຄອນ ກຸຍເຍີນ ແລະ ບັນດາເຂດທ່ອງທ່ຽວພາຍໃນແຂວງໄດ້ດີກວ່າ. ຄາດວ່າ, ໃນທ້າຍເດືອນ ເມສາ ປີ 2019 ຈະເປີດສາຍການບິນສາກົນທຳອິດ.

        ແຕ່ລະປີ, ແຂວງບິ່ງດິ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 4 ລ້ານເທື່ອຄົນ. ໃນນັ້ນມີນັກທ່ອງທ່ຽວສາກົນກວ່າ 200.000 ເທື່ອຄົນ. ຄາດວ່າ, ບໍລິສັດການບິນ Bamboo Airways ແມ່ນບໍລິສັດທຳອິດຈະເປີດສາຍການບິນສາກົນໄປ - ກັບຢູ່ສະໜາມບິນ ຟຸ່ກ໊າດ.

ຕອບກັບ

ຂ່າວ/ບົດ​ອື່ນ