ແຂວງວິ້ງຟຸກປັບປຸງສະພາບແວດລ້ອມແຫ່ງການລົງທຶນ,ດຶງດູດບັນດາວິສາຫະກິດຍີ່ປຸ່ນ

ແຂວງວິ້ງຟຸກປັບປຸງສະພາບແວດລ້ອມແຫ່ງການລົງທຶນ,ດຶງດູດບັນດາວິສາຫະກິດຍີ່ປຸ່ນ - ảnh 1
ແຂວງວິ້ງ​ຟຸກ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ
​ແຫ່ງ​ການ​ລົງ​ທຶນ,ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ
(ພາບ: vinhphuc.gov.vn)

(vovworld) - ​​​ວັນ​ທີ 06/07, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງວິ້ງ​ຟຸກ ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI), ສະ​ຖານ​ທູ​ດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ຈັດ​ກອງ​ປ​ະ​ຊຸມ​ໂ​ອ້​ລົ​ມ​ສົນ​ທະ​ນາ “ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຢູ່ ວິ້ງ​ຟ​ຸກ”. ຢູ່​ທີ່ນີ້, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນແຂວງ ວິ້ງ​ຟຸ​ກ ຫງວຽນ​ວັນ​ຈີ່ ຢືນ​ຢັນ​ວ່າ ຈະ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແລະ ມາ​ນະ​ພະ​ຍາ​ຍາມເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​​ແຂວງ​ຢ່າງບໍ່​ຢ​ຸດຢັ້ງ​; ສຸມ​ໃສ່​ດຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ລົງ​ທຶນ​ພັດ​ທະ​ນາ, ລົງ​ທຶນກໍ່​ສ້າ​ງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ, ແກ້​ໄຂ​ຂໍ້​ສະ​ເໜີ​ ແລະ ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ​ ໃຫ​້​ທັນ​ການ. ການ​ນຳ​ແຂວງ ວິ້ງ​ຟຸກ ໃຫ້​ຮູ້​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ ບັນ​ດາ​ໂຄງ​ການ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ແລະ ບັນ​ດາ​ໂຄງ​ການ​ໜູ​ນ​ຊ່ວຍ​ການ​ພັດ​ທະ​ນາ​ຢ່າງເປັນ​ທາງ​ການ​ຂອງ​ຍີ່​ປຸ​ນ ຢູ່ ວິ້ງ​ຟຸ​ກ ​ໄ​ດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຂວງ ແລະ ກໍ​ແມ່ນ​ພື້ນ​ຖານ​ເພື່ອ​ສ້າງ​ການ​ພົວ​ພັນ​ອັນ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ແຂວງວິ້ງ​ຟ​ຸກ ແລະ ຍີ່​ປຸ່ນ. ປະ​ຈຸ​ບັນ, ວິ້ງ​ຟ​ຸກ ພວມ​ຮຽກ​ຮ້ອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່​ມີ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ອຸດ​ສາ​ຫະ​ກຳ​ກົນ​ຈັກ, ອຸດ​ສາ​ຫະ​ກຳ​ເອ​ເ​ລັກ​ໂຕ​ນິກ, ໂທ​ລະ​ຄົມ​ມະ​ນາ​ຄົມ…

ຂ່າວ/ບົດ​ອື່ນ