ແຂວງຮ່າຢາງຕ້ອງເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ

ແຂວງຮ່າຢາງຕ້ອງເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ - ảnh 1
ທ່ານ​ຮ່ວາງ​ຈູງ​ຫາຍ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮ່າ​ຢາງ

(vovworld) - ​ວັນ​ທີ 22/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮ່າ​ຢາງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ: ຮ່າ​ຢາງ​ຕ້ອງ​ສຸມ​ໃສ່​ດຶງ​ດູດ​ທຶນ​ສັງຄົມ​ທີ່​ລົງທຶນກໍ່ສ້າງພື້ນຖານ​ໂຄງ​ລ່າງ, ບຸລິມະສິດ​ໃຫ້​ນັກ​ລົງທຶນ​ເພື່ອ​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ, ​ເພີ່ມ​ຄຸນ​ຄ່າ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ແຮ່​ທາດ, ກະສິກຳທີ່​ມີ​ຢູ່​ແລ້ວ, ນຳ​ແຂວງ​ ຮ່າ​ຢາງ ຫລຸດພົ້ນ​ອອກ​ຈາກ​ສະພາບ​​​ທຸກ​ຍາກຂອງ​ເຂດ​ພູດ​ອຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫານ ​ເນັ້ນ​ໜັກວ່າ: ຮ່າ​ຢາງ ຕ້ອງ​ໃກ້​ສິດ​ຕິດ​ແທນ​ກັບໜ້າ​ທີ່​ຕົ້ນ​ຕໍ​ຄື: ສຸມ​ໃສ່​ຊີ້​ນຳ ​ແລະ ຈັດກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ເປັນ​ຢ່າງ​ດີ, ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ 12 ຂອງພັກ, ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ​ບຸກຄະລາ​ກອນ​ທຸກ​ຂັ້ນ. ດ້ວຍ​ລັກສະນະ​ພິ​ເສດ​ຂອງ​ແຂວງ, ຮ່າ​ຢາງ ຊອກ​ຫາ​ວິທີ​ພັດທະນາ​ອຸດສາຫະກຳ​ວັດ​ສະ​ດຸ​ກໍ່ສ້າງ, ຂຸດ​ຄົ້ນ​ແຮ່​ທາດ,​ ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ການ​ບໍລິການ​ການ​ຄ້າ​ຊາຍ​ແດນ…​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ກໍ​ຮຽກຮ້ອງ​ແຂວງ ຮ່າ​ຢາງ ຕ້ອງ​ສືບ​ຕໍ່​ລະດົມ​ບັນດາ​ແຫຼ່ງກຳລັງ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຫັນ​ເປັນ​ສັງ​ຄົມ​​ລົງທຶນ​ດ້ວຍ​ບັນດາ​ຮູບ​ແບບ BOT, BO, BTO, PPP…​ແລະ ບັນດາ​ຮູບ​ແບບ​ອື່ນໆ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນຢ່າງບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​​ແກ່​ການດຶງ​ດູດ​ການ​ລົງທຶນ​ເຂົ້າ​ທ້ອງ​ຖິ່ນ.

 

 

 

ຂ່າວ/ບົດ​ອື່ນ